ສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ສປຊ

Chia sẻ
(VOVWORLD) -  ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Pahala Mansury, ຢັ້ງຢືນບົດບາດໃຈກາງຂອງ ອາຊຽນ. ສະຫະສະມາຄົມແມ່ນແບບຢ່າງກ່ຽວກັບການຮ່ວມມືພາກພື້ນ, ຄວາມມານະພະຍາຍາມລວມເພື່ອສັນຕິພາບ, ສະຖຽນລະພາບ
ສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ສປຊ - ảnh 1ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ຫວ່າງແລ້ວນີ້, ບັນດາປະເທດສະມາຊິກສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ Timor Leste (ເປັນປະເທດສັງເກດການຂອງ ອາຊຽນ) ໄດ້ຈັດພິທີສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ ທີ່ສຳນັກງານ ສປຊ, ຢູ່ນິວຢອກ. ປະເທດ ອາເມລິກາ.

          ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Pahala Mansury, ຢັ້ງຢືນບົດບາດໃຈກາງຂອງ ອາຊຽນ. ສະຫະສະມາຄົມແມ່ນແບບຢ່າງກ່ຽວກັບການຮ່ວມມືພາກພື້ນ, ຄວາມມານະພະຍາຍາມລວມເພື່ອສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການເຕີບໂຕຂະຫຍັນຂັນເຄື່ອນ ແລະ ນັບມື້ນັບຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃຫ້ມີປະສິດທິຜົນ. ກ່າວຄຳເຫັນທີ່ພິທີ,  ທ່ານ Dennis Francis, ປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 78 ສະເໜີໃຫ້ ອາຊຽນ ສືບຕໍ່ບົດບາດນຳພາໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແກ້ໄຂຄວາມທຸກຍາກອຶດຫິວ, ການຂາດຄວາມສະເໝີພາບ, ພ້ອມທັງສະແດງຄວາມຂອບອົກຂອບໃຈການສະໜັບສະໜູນ, ປະກອບສ່ວນຂອງ ອາຊຽນ ໃຫ້ແກ່ວຽກງານລວມຂອງ ສປຊ ແລະ ຫ້ອງການຂອງປະທານສະມັດຊາໃຫຍ່, ພິເສດແມ່ນຄັ້ງທຳອິດທີ່ມີຜູ້ຕາງໜ້າຂອງ ຫວຽດນາມ ປະຈຳຢູ່ທີ່ນີ້. ທ່ານຮອງເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ຕໍ່ໜ້າບັນດາສິ່ງທ້າທາຍໃນປະຈຸບັນ, ອາຊຽນ ຕ້ອງສືບຕໍ່ສວມບົດບາດສຳຄັນ ແລະ ມີບັນດາການປະກອບສ່ວນທີ່ຕັ້ງໜ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.

ຕອບກັບ