ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ປົດ​ປ່ອຍ​ໝູ່​ເກາະ​ເຈືອງ​ຊາ (29 ເມ​ສາ 1975 – 29 ເມ​ສາ 2020)

Chia sẻ
(VOVWORLD) -ກ່ອນນີ້ 45 ປີ (29 ເມສາ 1975 – 29 ເມສາ 2020) ພ້ອມກົມກອງທະຫານເຄື່ອນທັບໄວປານຟ້າແມບ ບຸກເຂົ້າໄຊງອນ, ເຫຼົ່າທັບເຮືອໄດ້ຍາດແຍ່ງກາລະໂອກາດ, ດ້ວຍຄວາມສະຫຼາດຫຼັກແຫຼມ, ອົງອາດກ້າຫານ, ບຸກໂຈມຕີ ປົດປ່ອຍໝູ່ເກາະເຈື່ອງຊາໂດຍບັງເອີນ, ປັດຈຸບັນແມ່ນເມືອງເກາະເຈື່ອງຊາ, ແຂວງແຄ໊ງຮ່ວາ.
ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ປົດ​ປ່ອຍ​ໝູ່​ເກາະ​ເຈືອງ​ຊາ (29 ເມ​ສາ 1975 – 29 ເມ​ສາ 2020) - ảnh 1

ນັກຮົບໝູ່ເກາະເຈື່ອງຊາພວມປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ

(ພາບ: TTXVN)

ໄຊຊະນະດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຕໍ່ສູ້ອົງອາດກ້າຫານເທົ່ານັ້ນ ຫາກຍັງແມ່ນ ຄວາມຄາດຫວັງຢາກມີສັນຕິພາບຂອງກອງທັບເຮືອຫວຽດນາມໃນພາລະກິດປົກປັກຮັກສາອະທິປະໄຕປະເທດຊາດຢູ່ທະເລ.         

ໃນບັ້ນບຸກໂຈມຄັ້ງໃຫຍ່ ແລະລຸກຮື້ຂຶ້ນໃນລະດູບານໃໝ່ ປີ 1975, ການປົດປ່ອຍໝູ່ເກາະເຈືອງຊາ ແລະ ບັນດາໝູ່ເກາະຢູ່ທະເລຕາເວັນອອກແມ່ນມີຄວາມໝາຍສຳຄັນພິເສດ. ຫຼັງຈາກປົດປ່ອຍ 5 ເກາະຢູ່ໝູ່ເກາະເຈື່ອງຊາໃນປີ 1975, ເຫຼົ່າທັບເຮືອໄດ້ສືບຕໍ່ປະຕິບັດໜ້າທີ່ປັບປຸງ, ກໍ່ສ້າງເຈື່ອງຊາ.

45 ປີທີ່ຜ່ານມາ, ທະຫານ, ປະຊາຊົນຢູ່ເກາະເຈື່ອງຊາ ໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່. ທ່ານພັນເອກ ດິງວັນເກື່ອງ, ຜູ້ຮັບຜິດຊອບການເມືອງເກາະເຈື່ອງຊາ, ກອງພັນນ້ອຍເຈື່ອງຊາ ຢັ້ງຢືນວ່າ:

ກອງທັ, ປະຊາຊົນ, ບັນດາກຳລັງໃນໝູ່ເກາະເຈື່ອງຊາ ມື້ນີ້ໄດ້ສາມັກຄີກັນ, ເປັນຈິດໜຶ່ງໃຈດຽວກັນ, ແກ້ໄຂຄວາມຫຍຸ້ງຍາກ, ສືບທອດ ໃຫ້ສົມກັບພາລະກິດຂອງ ຮຸ່ນພໍ່ຮຸ່ນອ້າຍ. ກໍ່ສ້າງໝູ່ເກາະໃຫ້ມີຄວາມເຂັ້ມແຂງທາງດ້ານປ້ອງກັນ, ກຽມພ້ອມ ສູ້ຮົບ, ຍອມເສຍສະຫຼະຊີວິດ ເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະເຈື່ອງຊາໄວ້ໃຫ້ ໝັ້ນຄົງເຂັ້ມແຂງໃນທຸກໆກໍລະນີ.

ຕອບກັບ