ສະເຫຼີມສະຫຼອງ 30 ປີແຫ່ງວັນກຸ່ມປູຊະນີຍະສະຖານກຸ່ງເກົ່າເຫ້ວໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກ

Chia sẻ
(VOVWORLD) - ເລື່ອງກຸ່ມປູຊະນີຍະສະຖານກຸ້ງເກົ່າເຫວ້ - ມໍລະດົກວັດທະນະທຳແຫ່ງທຳອິດຂອງ ຫວຽດນາມ ໄດ້ຮັບການ ຢັ້ງຢືນຈາກ UNESCO ເປັນມໍລະດົກວັດທະນະທຳໂລກ ແລະ ຫຼັງຈາກນັ້ນ 10 ປີ, ດົນຕີພະລາດຊະວັງ...
ສະເຫຼີມສະຫຼອງ 30 ປີແຫ່ງວັນກຸ່ມປູຊະນີຍະສະຖານກຸ່ງເກົ່າເຫ້ວໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກ - ảnh 1ທ່ານ ຫງວຽນຊວນຖັງ, ຜູ້ອຳນວຍການສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ
(ພາບ:VOV)

ຕອນຄ່ຳວັນທີ 17 ມິຖຸນາ, ຢູ່ນະຄອນເຫວ້, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີແຫ່ງວັນກຸ່ມປູຊະນີຍະສະຖານກຸ້ງເກົ່າ ເຫວ້ ແລະ 20 ປີແຫ່ງວັນດົນຕີພະລາດຊະວັງ ຫວຽດນາມ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO).

          ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວນຖັງ, ຜູ້ອຳນວຍການສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ເນັ້ນໜັກວ່າ: ເລື່ອງກຸ່ມປູຊະນີຍະສະຖານກຸ້ງເກົ່າເຫວ້ - ມໍລະດົກວັດທະນະທຳແຫ່ງທຳອິດຂອງ ຫວຽດນາມ ໄດ້ຮັບການ ຢັ້ງຢືນຈາກ UNESCO ເປັນມໍລະດົກວັດທະນະທຳໂລກ ແລະ ຫຼັງຈາກນັ້ນ 10 ປີ, ດົນຕີພະລາດຊະວັງ ກໍ່ໄດ້ຮັບການຢັ້ງຢືນອັນໄດ້ເປີດຊ່ອງທາງນຳບັນດາມໍລະດົກວັດທະນະທຳ ຫວຽດນາມ ເຊື່ອມໂຍງເລິກເຊິ່ງ, ກ້ວາງຂວາງເຂົ້າກັບພາກພື້ນ ແລະ ໂລກເທື່ອລະກ້າວ, ຢັ້ງຢືນກັບໂລກວ່າ ຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານວັດທະນະທຳ ແລະ ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາຂະແໜງອຸດສາຫະກຳ, ບໍລິການວັດທະນະທຳຢ່າງແຮງ. ປະຈຸບັນ, ເທື່ອທຽນ - ເຫວ້ ແມ່ນແຂວງໜຶ່ງດຽວຂອງ ຫວຽດນາມ ກໍ່ຄືຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີ ມໍລະດົກວັດທະນະທຳໂລກໂດຍ UNESCO ຢັ້ງຢືນ 5 ແຫ່ງ. ມໍລະດົກເຫວ້ ແມ່ນສະຖານທີ່ເຄີຍໄດ້ຕ້ອນຮັບບັນດາການນຳ, ບັນດາປະມຸກລັດ, ບັນດາຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ ເມື່ອມາຢາມ ເຫວ້ ແລະ ຫວຽດນາມ.

ຕອບກັບ