ສະຫະພັນບັນດານັກຂ່າວອາຊຽນ:ຈີນຄວນເຄົາລົບກົດໝາຍສາກົນ

Chia sẻ
“ບັນດາ​ການ​ເຄື່ອນ​ໄຫວ​ເກາະ​ພິດ​ຢ່າງ​ຕໍ່​ເນື່ອງ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ ຮວາ​ຕູ​ງ ​ໄດ້​ກາຍ​ເປັນຄວາມ​ວິຕົກ​ວັງ​ວົນ​ຢ່າງ​ໜັກ​ໜ່ວງ​...
ສະຫະພັນບັນດານັກຂ່າວອາຊຽນ:ຈີນຄວນເຄົາລົບກົດໝາຍສາກົນ - ảnh 1
ກຳປັ່ນຂອງ ຈີນ ກີດຂວາງ ກຳປັ່ນຕຳຫຼວດທະເລ ຫວຽດນາມ ປະຕິບັດໜ້າທີ່ບົນທະເລ
(ພາບ: Quang Vũ - TTXVN)

(vovworld) – ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ (CAJ) ຫາ​ກໍ່​ອອກ​ຖະ​ແຫຼ​ງການ​ສະ​ແດງ​ຄວາມວິຕົກ​ວັງ​ວົນ​ຕໍ່​ບັນດາ​ການ​ກະທຳ​ເກາະ​ພິດ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ: “ບັນດາ​ການ​ເຄື່ອນ​ໄຫວ​ເກາະ​ພິດ​ຢ່າງ​ຕໍ່​ເນື່ອງ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ ຮວາ​ຕູ​ງ ​ໄດ້​ກາຍ​ເປັນຄວາມ​ວິຕົກ​ວັງ​ວົນ​ຢ່າງ​ໜັກ​ໜ່ວງ​ສຳລັບ​ປະຊາຊົນ​ຜູ້​ນຮັກຫ​ອມສັນຕິພາບ​ທັງ​ໝົດ​ໃນ​ທົ່ວ​​ໂລກ, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພິ​ເສດ, ການ​ກະທຳ​ຕ່າງໆ​ຂອງ ຈີນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​​ເຖິງ​ການ​ພົວພັນ​ກັບ 2 ປະ​ເທດ​ສະມາຊິກ​ຂອງ CAJ ​ແມ່ນ ຟິລິບ​ປິນ ​ແລະ ຫວຽດນາມ”. ຖະ​ແຫຼ​ງການ​ຂອງ CAJ ຢືນຢັນ​ບັນດາ​ການ​ກະທຳ​ຂອງ ຈີນ ​ແມ່ນ “ຄຳນາບ​ຂູ່” ຍ້ອນ​ປະ​ເທດ​ນີ້​ພວມ​ນຳ​ໃຊ້​ກຳລັງ​ແຮງ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ທະຫານ​​ເພື່ອ​ຕ້ານ​ຄືນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງທີ່​ອ່ອນ ​ແລະ ນ້ອຍ​ກ່ວາ​ເພື່ອ​ແນ​ໃສ່​ຊຸກຍູ້​ຄຳ​ຮຽກ​ສິດ​ອະທິປະ​ໄຕ.​.​. ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້ ຈີນ, ດ້ວຍ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ອັນ​ດັບ​ໜຶ່ງ​ຂອງ ສປຊ, ຄວນ​ສະ​ແດງ​ບົດບາດນຳ​ໜ້າ​ດ້ວຍ​ເລື່ອງ​ເຄົາລົບ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ, ​ເຄົາລົບ​ບັນດາ​ຂໍ້​ກຳນົດ​ກົດໝາຍ​ສາກົນ ​ແລະ ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ກົນ​ໄກ​ກຳ​ມະ​ການ​ສາ​ກົນ​ໃນ​ການ​ແກ້​ໄຂ​ບັນດາ​ການ​ພິດ​ພາດກັນ.

    ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ຂ່າວ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ປະກອບສ່ວນ​ເຂົ້າ​ໃນ​ການ​ສຶກສາ ​ແລະ ​​ໂຄສະນາ​​ໃຫ້​ມະຫາຊົນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ກໍ່​ຄື​ມານ​ະພະຍາຍາມ​ຮຽກຮ້ອງ ຈີນ ກັບ​ຄືນ​ສູ່​ໂຕາະ​ເຈລະຈາ ​ແລະ ​ຕັກ​​ເຕືອນ ຈີນ ວ່າ: ນະ​ໂຍບາຍ​ທີ່​ປະ​ເທດ​ນີ້​ພວມປະຕິບັດຈະ​ເຮັດ​ໃຫ້​ປະ​ເທດ​ນີ້​ຖືກ​ຕົກ​ຢູ່​ໂດດດ່ຽວ​ໃນ​ປະຊາ​ຄົມ​ໂລກ.