ສະຫະປະຊາຊາດຮຽກຮ້ອງມີຄວາມຮັບຜິດຊອບລວມໝູ່ຊອກຫາມາດຕະການແກ້ໄຂໃຫ້ແກ່ການປະທະກັນຢູ່ຊີຣີ

Chia sẻ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ໄດ້​ເນ​ັ້ນ​ໜັກ​ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ ທີ່​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 5
ສະຫະປະຊາຊາດຮຽກຮ້ອງມີຄວາມຮັບຜິດຊອບລວມໝູ່ຊອກຫາມາດຕະການແກ້ໄຂໃຫ້ແກ່ການປະທະກັນຢູ່ຊີຣີ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon

(vovworld) – ວັນ​ທີ 12/3, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ໄດ້​ເນ​ັ້ນ​ໜັກ​ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ ທີ່​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 5, ໃນ​ນັ້ນ, ​ຫົວ​ໜ້າ​ບັນ​ດາ​ອົງ​ການ​ມະ​ນຸດ​ສະ​ທຳ ສ​ປ​ຊ ຮຽກ​ຮ້ອງ​ຕ້ອງ​ມີ​ການ​ໜູນ​ຊ່ວຍຫຼາຍ​ກ່​ວາ​ອີກ​ຈາກ​ປະ​ຊາ​ຄົມ​ໂລກ ເພື່ອ​ຊ່ວຍ​ເຫຼືອ​​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຂອງ​ປະ​ເທດ ຕາ​ເວັນ​ອອກ​ກາງນີ້ ​ໃຫ້ອອກ​ຈາກ​ສົງ​ຄາມ​ທີ່​ດຸ​ເດືອດນີ້. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Ban Ki – moon ຊີ້​ແຈ້ງສະ​ພາບ​ການ​ຫຍຸ້ງ​ຍາກ, ລຳ​ບາກ ​ຂອງ​ປະ​ຊາ​ຊົນ ຊີ​ຣີ ໃນ​ບັ້​ນ​ຮົບ​ທີ່​ພວມຕັດ​ແຍກປະ​ເທດ​​. ທ່ານ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ ຕ້ອງ​ພ້ອມ​ກັນ​ກະ​ທຳ​ ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ມາດ​ຕະ​ການ​ການ​ເມືອງ ໃຫ້​ແກ່ “ການ​ປະ​ທະ​ກັນ​ບໍ່ເປັນ​ທຳ​ນີ້”, ຊ່ວຍ​ໃຫ້​ປະ​ຊາ​ຊົນ ຊີ​ຣີ ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ລຳ​ບາກ​ຫຍຸ້ງ​ຍາກ ແລະ ສ້​າງ​ສາ​ອະ​ນາ​ຄົດ​ດີ​ງາ​ມ​ກ່​ວາ​ໃຫ້​ແກ່​ເຂົາ​ເຈົ້າ ກໍ່​ຄື​ທົ່ວ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ.