(ພາບປະກອບຈາກ AFP)
(vovworld) – ວັນທີ 3/12, ຄະນະປະຕິບັດງານຂອງ ສປຊ ປະຈຳ ລີບີ ຖະແຫຼງວ່າຈະກະຕຸກຊຸກຍູ້ບັນດາຝ່າຍສູ້ຢັນກັນຢູ່ ລີບີ ດຳເນີນການເຈລະຈາຮອບໃໝ່ເພື່ອແນໃສ່ຢຸດຕິການປະທະກັນນາບຂູ່ແບງແຍກປະເທດ ອາບຟຣີກາເໜືອນີ້. ຖະແຫຼງການຊີ້ແຈ້ງວ່າ: ອົງການນີ້ຈະ “ກະຕຸກຊຸກຍູ້ການສົນທະນາການເມືອງຄັ້ງໃໝ່” ໃນວັນທີ 9/12, ແຕ່ບໍ່ທັນໃຫ້ຮູ້ສະຖານທີ່ຈັດຕັ້ງກໍ່ຄືພາກສ່ວນເຂົ້າຮ່ວມການສົນທະນານີ້. ບັນດານັກການທູດຫວັງວ່າຮອບເຈລະຈາຈະມາເຖິງຈະແມ່ນການສົນທະນາກ້ວາງຂວາງກ່ວາກ່ຽວກັບວິກິດການການເມືອງຢູ່ ລີບີ. ພາຍຫຼັງ 3 ປີ, ກະແສຟອງການເມືອງໂຄ່ນລົ້ມການນຳ Muammar Gaddafi, ລີບີ ພວມຕ້ອງປະເຊີນໜ້າກັບສະພາບການໃຊ້ຄວາມຮຸນແຮງປິນຂັ້ນໄດຢ່າງໜັກໜ່ວງ ແລະ ວິກິດການການເມືອງບໍ່ມີທາງອອກດ້ວຍການຄົງຕົວຂອງ 2 ລັດຖະບານ, 2 ສະພາແຫ່ງຊາດ.