ສະຫະປະຊາຊາດກ່າວເຕືອນການແຊກແຊງຂອງຕ່າງປະເທດແນໃສ່ກໍ່ການແບ່ງແຍກພາຍໃນ ລີບີ

Chia sẻ
(VOVWORLD) - ກ່ອນທີ່ດຳເນີນກອງປະຊຸມຂອງບັນດາປະເທດມະຫາອຳນາດສາກົນ ເຊິ່ງຈັດຕັ້ງໃນວັນທີ 19 ມັງກອນ ຢູ່ນະຄອນຫລວງ Berlin, ປະເທດ ເຢຍລະມັນ, 

ວັນທີ 18 ມັງກອນ, ທ່ານ Ghassan Salame ທູດພິເສດສະຫະປະຊາຊາດປະຈຳ ລີບີ ໄດ້ຮຽກຮ້ອງບັນດາປະເທດພາຍນອກຢຸດຕິການແຊກແຊງເຂົ້າໃນການປະທະກັນຢູ່ ລີບີ.

        ປັດຈຸບັນ, ລີບີ ພວມຕົກເຂົ້າສູ່ສະພາບການແບ່ງແຍກດ້ານການເມືອງ ແລະ ການໃຊ້ຄວາມຮຸ້ນແຮງປີນຂັ້ນໄດ ນັບແຕ່ພາຍຫລັງການກໍ່ລັດຖະປະຫານປີ 2011 ໂຄ່ນລົ້ມການນຳ Moamer Gadhafi. ລັດຖະບານສາມັກຄີປະເທດຊາດ (GNA) - ໄດ້ຮັບການຮັບຮອງເອົາຈາກສະຫະປະຊາຊາດ ກຳລັງກອງທັບ ລີບີ ຕາເວັນອອກ (LNA) ຍັງຄົງຕົວດ້ວຍ 2 ອຳນາດການປົກຄອງ ແລະ ບັນດາກຳລັງປະກອບອາວຸດສະເພາະ.

ຕອບກັບ