ສະຫະປະຊາຊາດ ຊອກຫາວິທີແກ້ໄຂວິກິດການດ້ານການເມືອງຢູ່ ໂບລີເວຍ

Chia sẻ
(VOVWORLD) - ວັນທີ 17 ພະຈິກ, ທ່ານ Jean Arnault, ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ພົບປະກັບທ່ານ Jeanine Anez ປະທານາທິບໍດີ ຊົ່ວຄາວ ໂບລີເວຍ ເພື່ອຊອກຫາວິທີແກ້ໄຂໃຫ້ແກ່ປະເທດນີ້ ພົ້ນອອກຈາກວິກິດການດ້ານການເມືອງ. 

ສະຫະປະຊາຊາດໄດ້ສະແດງຄວາມວິຕົກກັງວົນເປັນຫລາຍຄັ້ງກ່ຽວກັບສະພາບການຢູ່ ໂບລີເວຍ ຊຶ່ງອາດຈະຢູ່ນອກຂອບເຂດການຄວບຄຸມ.

ສະຫະປະຊາຊາດ ຊອກຫາວິທີແກ້ໄຂວິກິດການດ້ານການເມືອງຢູ່ ໂບລີເວຍ - ảnh 1 ສະຫະປະຊາຊາດ ຊອກຫາວິທີແກ້ໄຂວິກິດການດ້ານການເມືອງຢູ່ ໂບລີເວຍ (ພາບ: AFP/TTXVN)

        ພາຍຫລັງການພົບປະກັບທ່ານປະທານາທິບໍດີ ໂບລີວີ ຊົ່ວຄາວ ແລ້ວ, ທ່ານ Jean Arnault, ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດຫວັງວ່າ ອົງການນີ້ ອາດຈະປະກອບເຂົ້າໃນວິວັດທະນາເປັນປົກກະຕິໂດຍໄວ ເພື່ອຈັດຕັ້ງການເລືອກຕັ້ງໃໝ່, ພາຍຫລັງທ່ານປະທານາທິບໍດີ Evo Morales ລາອອກຈາກຕຳແໜ່ງ ແລະ ອາໄສພັກຖິ່ນຢູ່ ເມັກຊີໂກ.

ຕອບກັບ