ສະວິດສະໜັບສະໜູນຫວຽດນາມໃນການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງເຂົ້າເສດຖະກິດສາກົນ

Chia sẻ
ຕອນ​ເຊົ້າ​ວັນ​ທີ 2/6, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Didier Burkhalter
ສະວິດສະໜັບສະໜູນຫວຽດນາມໃນການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງເຂົ້າເສດຖະກິດສາກົນ - ảnh 1
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຕ້ອນ​ຮັບ​ທ່ານ​ລັດຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Didier Burkhalter
(ພາບ: VGP/Lê Tuấn)

(vovworld) – ​​ ​ຕອນ​ເຊົ້າ​ວັນ​ທີ 2/6, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Didier Burkhalter ​ທີ່ພວມ​ຢ​້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຊົມ​ເຊີຍ ສະ​ວິດ ​ຕົກ​ລົງ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່​ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ - ເຊິ່ງ​ແມ່ນ​ເຂດ​ເສດ​ຖະ​ກິດ​ພັດ​ທະ​ນາ​​ທີ່ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຂອງ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້ ສະ​ວິດ ສືບ​ຕໍ່​ເພີ່ມ​ທະ​ວີ​ຍູ້​ແຮງ​ການ​ແລກ​ປ່ຽນ​ການ​ຄ້າ, ຮ່ວມ​ມື​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ ODA, FDI ຢູ່ ຫວຽດ​ນາມ, ສະ​ໜັບ​ສະ​ໜູນ ແລ​ະ ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ ກຸ່ມ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA)ກ່​ວາ​ອີກ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Didier Burkhalter ຢັ້ງ​ຢືນ​ວ່າ: ສະ​ວິດ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆ​ກັບ ຫວຽດ​ນາມ ແລະ ການ​ເປີ​ດ​ສະ​ຖານ​ກົງ​ສູນ​ໃຫຍ່ ສະ​ວິດ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ ແມ່ນພະ​ຍານຫຼັກ​ຖານ. ທ່ານ​ລັດ​ຖະ​ມົນ​ຕີ Didier Burkhalter ເນັ້ນ​ໜັກ​ວ່າ: ສະ​ວິດ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ໃນ​ນັ້ນ​ມີ​ການ​ເຊັນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ດ້ວຍ​ຄຸນ​ນະ​ພາບ​ສູງ.