ສະມາຄົມພຸດທະສາດສາໜາຫວຽດນາມ ແລະລາວເພີ່ມທະວີການຮ່ວມມື

Chia sẻ
(vovworld)- ວັນ​ທີ 21/12, ຢູ່​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາດ​ສາ​ໜາ​ຫວຽດ​ນາມ​ໂດຍ​ອາ​ຈານ​ພະ​ມະ​ຫາ ທິກ​ຖ້ຽນ​ເຍິນ

ສະມາຄົມພຸດທະສາດສາໜາຫວຽດນາມ ແລະລາວເພີ່ມທະວີການຮ່ວມມື - ảnh 1
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາດ​ສາ​ໜາ​ຫວຽດ​ນາມ​​ເຮັດ​ວຽ​ກ​ກັບ ຄະ​ນະ​ຜູ້​ແທນອົງ​ການ​ພຸດ​ທະ​ສາດ​ສາ​ໜາສຳ​ພັນ​ລາວ​

(vovworld)- ວັນ​ທີ 21/12, ຢູ່​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາດ​ສາ​ໜາ​ຫວຽດ​ນາມ​ໂດຍ​ອາ​ຈານ​ພະ​ມະ​ຫາ ທິກ​ຖ້ຽນ​ເຍິນ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ງານ ສະ​ມາ​ຄົມ​ພຸດ​ທະ​ສາດ​ສາ​ໜາ​ຫວຽດ​ນາມ​ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ເຮັດ​ວຽ​ກ​ກັບ ຄະ​ນະ​ຜູ້​ແທນອົງ​ການ​ພຸດ​ທະ​ສາດ​ສາ​ໜາສຳ​ພັນ​ລາວ​ໂດຍ​ອາ​ຈານ​ພະ​ມະ​ຫາ ເງິນ ດຳ​ລົງ​ບຸນ, ປະ​ທານ​ ອົງ​ການ​ພຸດ​ທະ​ສາດ​ສາ​ໜາສຳ​ພັນ​ລາວ​​ເປັນ​ຫົວ​ໜ້າ​ຄະ​ນະ. 2 ຝ່ານ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ສາ​ມັກ​ຄີ, ປະ​ກອບກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ ແລະ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ-ລາວ. ເນື່ອງ​ໃນ​ໂອ​ກາດນີ້, ອາ​ຈານ​ພະ​ມະ​ຫາ ທິກ​ຖ້ຽນ​ເຍິນ​ໄດ້​ມອບ​ເງິນ 100.000 USD ໃຫ້​ແກ່ອາ​ຈານ​ພະ​ມະ​ຫາ ເງິນ ດຳ​ລົງ​ບຸນ ຊຶ່ງ​ແມ່ນ​ຂອງ​ຂວັນ​ຂອງສະ​ມາ​ຄົມ​ພຸດ​ທະ​ສາດ​ສາ​ໜາ​ຫວຽດ​ນາມ​​ສະ​ຫງວນ​ໃຫ້​ແກ່ອົງ​ການ​ພຸດ​ທະ​ສາດ​ສາ​ໜາສຳ​ພັນ​ລາວ​.

ກ່ອນ​ໜ້ານັ້ນ, ຄືຕອນ​ບ່າຍ​ວັນ​ທີ 20/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ແນວ​ລາວ​ສ້າງ​ຊາດ, ​ພຸດທະ​ສາສະໜາ​ສຳພັນ ລາວ​ໄດ້​ຈັດພິທີຖວາຍ​ພະ​ເພິ​ງສົບ ພະອາຈານ​ໃຫຍ່ ດຣ. ມະຫາ​ຜ່ອງ ສະມາ​ເລີກ ອະ​ດີດ, ປະທານ​ສູນ​ກາງ​ພະ​ພຸດທະ​ສາສະໜາສຳພັນ​ລາວ, ທີ່​ໄດ້ລະ​ສັງຂານ ​ໃນ​ວັນ​ທີ 7 ຕຸລາ 2015 ລວມອາຍຸໄດ້ 101 ປີ. ​ເຂົ້າ​ຮ່ວມ​ພິທີມີ​ການ​ນຳ​ຂັ້ນ​ສູງ​ລາວ, ຜູ້ຕາງໜ້າ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ, ກຳປູ​ເຈຍ, ​ໄທ, ຈີນ.   ຄະນະພຸດ​ທະ​ສາສະໜາ​ຫວຽດນາມ, ​ໂດຍ​ພະ​ອາຈານ​ໃຫຍ່ ທິກ​ທ້ຽນ​ເຍິນ, ປະທານ​ສະພາ​ບໍລິຫານ​ສູນ​ກາງສະມາຄົມພຸດ​ທະ​ສາສະໜາ​ຫວຽດນາມ​ເປັນ​ຫົວໜ້າ​ຄະນະ​ທີ່​ເຂົ້າ​ຮ່ວມ ຈັດພິທີຖວາຍ​ພະ​ເພິ​ງສົບ ພະອາຈານ​ໃຫຍ່ ດຣ. ມະຫາ​ຜ່ອງ ສະມາ​ເລີກ ອະ​ດີດ, ປະທານ​ສູນ​ກາງ​ພະ​ພຸດທະ​ສາສະໜາສຳພັນ​ລາວ. ອ່ານສະດຸ​ດີ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ຄຳ​ພັນ ວິພາ​ວັນ, ຢືນຢັນ​ວ່າ, ​ໃນ​ຕະຫຼອດ 88 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ພະອາຈານ​ໃຫຍ່ ດຣ. ມະຫາ​ຜ່ອງ ສະມາ​ເລີກ ຍາມ​ໃດ​ກໍ່ນຳ​ໜ້າ​ໃນ​ການປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ປະ​ເທດຊາດ ກໍ່​ຄື​ຂອງ​ພຸດ​ສະ​ສາສະໜາ​ລາວ​ໄວ້.