ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍທະນາຍຄວາມ
ຕອນເຊົ້າວັນທີ 23/10, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ.
(ພາບ:thanhnien.com.vn)
(VOV)- ຕອນເຊົ້າວັນທີ 23/10, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ. ພາຍຫຼັງໄດ້ປະຕິບັດມາເປັນເວລາ 5 ປີ, ກົດໝາຍວ່າດ້ວຍທະນາຍຄວາມໄດ້ເຂົ້າສູ່ຊີວິດຢ່າງແທ້ຈິງ ແລະ ນຳມາເຊິ່ງໝາກຜົນຫຼາຍຢ່າງ, ມີບັນດາຂໍ້ກຳນົດສອດຄ່ອງກັບທຳນຽມການດຳເນີນອາຊີບທະນາຍຄວາມສາກົນ. ແຕ່ເຖິງຢ່າງໃດກໍ່ຕາມ, ຈຳນວນທະນາຍຄວາມໃນປະຈຸບັນບໍ່ທັນຕອບສະໜອງຄວາມຕ້ອງການນັບມື້ນັບສູງຂຶ້ນຂອງສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການເທື່ອ. ເພື່ອຍົກສູງຄຸນນະພາບທະນາຍຄວາມ, ບາງຂໍ້ກຳນົດໄດ້ຮັບການສະເໜີປັບປຸງໃນຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ. ທ່ານ Bui Manh Hung ສະມາຊິກສະພາແຫ່ງຊາດແຂວງ Binh Phuoc ເຫັນດີຕໍ່ເລື່ອງຮັບອະນຸຍາດໃຫ້ດຳລັດຖະກອນເຂົ້າຮ່ວມການສິດສອນຢູ່ບັນດາມະຫາວິທະຍາໄລກົດໝາຍໄດ້ເນີນອາຊີບທະນາຍຄວາມ:
“ບັນດາຄູອາຈານຢູ່ມະຫາວິທະຍາໄລຕ່າງໆແມ່ນຜູ້ທີ່ເກັ່ງ, ຖ້າບໍ່ອະນຸຍາດໃຫ້ແຫຼ່ງກຳລັງນີ້ດຳເນີນອາຊີບທະນາຍຄວາມແມ່ນຈະເສຍພູມປັນຍາລ້າໆໃນການເຄື່ອນໄຫວດຳເນີນຄະດີ. ດ້ານອື່ນອີກ, ການກີດຂວາງນີ້ກໍ່ຈະຈຳກັດ ແລະ ບໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ພາກທິດສະດີຕິດພັນພຶດຕິກຳຕົວຈິງໃນວຽກງານສິດສອນຢູ່ບັນດາມະຫາວິທະຍາໄລກົດໝາຍ ແລະ ສົ່ງຜົນສະທ້ອນໂດຍກົງເຖິງວຽກງານບຳລຸງສ້າງທະນາຍຄວາມ“