ສະ​ພາ​ແຫ່ງ​ຊາດ ໄທ ປ່ອ​ນ​ບັດ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

Chia sẻ
(VOVWORLD) -  ການປ່ອນບັດເລືອກຕັ້ງໄດ້ດຳເນີນ ຢ່າງເປີດເຜີຍ ແລະ ແຕ່ລະສະມາຊິກລັດຖະສະພາໃນຈຳນວນທັງໝົດ 750 ທ່ານ ຈະໄດ້ເອີ້ນຊື່ຕາມລຳດັບ ເພື່ອລຸກຂຶ້ນປະກາດກ່ຽວກັບການເລືອກເຟັ້ນຂອງຕົນ. 
ສະ​ພາ​ແຫ່ງ​ຊາດ ໄທ ປ່ອ​ນ​ບັດ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ảnh 1ທ່ານປະທານສະພາຜູ້ແທນລາດຊະດອນແຫ່ງປະເທດ ໄທ ວັນ ມູຫະມັດ ນໍມະທາ (ພາບ:The Nation)

ຕອນເຊົ້າວັນທີ 13 ກໍລະກົດ, ສະພາແຫ່ງຊາດ ໄທ ເລີ່ມດຳເນີນວິວັດການປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່. ຄາດວ່າ ຍາກທີ່ຈະເດົາຜົນການເລືອກຕັ້ງໄດ້ ແລະ ແມ່ນການທົດສອບສຳລັບສຳພັນທະມິດກຳອຳນາດທີ່ມີຄວາມບົ່ມຊ້ອນ ໂດຍລວມມີ 8 ພັກການເມືອງພວມປາດຖະໜາຢາກສ້າງລັດຖະບານໃໝ່. ຕາມທ່ານປະທານສະພາຜູ້ແທນລາດຊະດອນແຫ່ງປະເທດ ໄທ ວັນ ມູຫະມັດ ນໍມະທາ, ບັນດາສະມາຊິກລັດຖະສະພາ ແລະ ສະມາຊິກລັດຖະສະພາໄດ້ໂຕ້ວາທີເປັນເວລາ 6 ຊົ່ວໂມງ ກ່ອນດຳເນີນການປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີ.

        ການປ່ອນບັດເລືອກຕັ້ງໄດ້ດຳເນີນ ຢ່າງເປີດເຜີຍ ແລະ ແຕ່ລະສະມາຊິກລັດຖະສະພາໃນຈຳນວນທັງໝົດ 750 ທ່ານ ຈະໄດ້ເອີ້ນຊື່ຕາມລຳດັບ ເພື່ອລຸກຂຶ້ນປະກາດກ່ຽວກັບການເລືອກເຟັ້ນຂອງຕົນ. ຕາມລັດຖະທຳມະນູນ ໄທ ແລ້ວ, ຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີທີ່ໄດ້ຮັບໄຊຊະນະ ຕ້ອງຮັບບັດສະໜັບສະໜູນຈາກສະມາຊິກລັດຖະສະພາ ຢ່າງໜ້ອຍສຸດ 376 ທ່ານ ໃນຈຳນວນທັງໝົດ 750 ທ່ານ. ວິວັດການເລືອກຕັ້ງນາຍົກລັດຖະມົນຕີ ບໍ່ມີກຳນົດເວລາ  ແລະ ຈະດຳເນີນຈົນຮອດເມື່ອມີຜູ້ອອກສະໝັກເລືອກຕັ້ງຍາດໄດ້ 376 ບັດ ຈຶ່ງຈະສິ້ນສຸດ.

ນັກຂ່າວ VOV ປະຈຳ ໄທ


ຕອບກັບ