ສະພາແຫ່ງຊາດ ແຟງລັງ ໃຫ້ສັດຕະຍາບັນຂໍ້ສະເໜີເຂົ້າເປັນສະມາຊິກ NATO

Chia sẻ
(VOVWORLD) -ເລື່ອງເຂົ້າເປັນສະມາຊິກ NATO ຈະບໍ່ປ່ຽນແປງທັດສະນະພື້ນຖານຂອງປະເທດນີ້, ນັ້ນແມ່ນຍາມໃດກໍ່ຊອກຫາມາດຕະການແກ້ໄຊໂດຍສັນຕິວິທີ.
ສະພາແຫ່ງຊາດ ແຟງລັງ ໃຫ້ສັດຕະຍາບັນຂໍ້ສະເໜີເຂົ້າເປັນສະມາຊິກ NATO - ảnh 1ສະພາແຫ່ງຊາດ ແຟງລັງ ໄດ້ໃຫ້ສັດຕະຍາບັນຂໍ້ສະເໜີເລີ່ມດຳເນີນຂັ້ນຕອນເພື່ອໃຫ້ປະເທດນີ້ເຂົ້າເປັນສະມາຊິກ NATO
(ພາບປະກອບ: AFP/TTXVN)

ດ້ວຍບັດເຫັນດີ 188 ບັດ ແລະ ບັດຄ້ານ 8 ບັດ, ວັນທີ 17 ພຶດສະພາ, ສະພາແຫ່ງຊາດ ແຟງລັງ ໄດ້ໃຫ້ສັດຕະຍາບັນຂໍ້ສະເໜີເລີ່ມດຳເນີນຂັ້ນຕອນເພື່ອໃຫ້ປະເທດນີ້ເຂົ້າເປັນສະມາຊິກຂອງອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO). ກ່າວຄຳເຫັນທີ່ສະພາແຫ່ງຊາດ, ທ່ານລັດຖະມົນຕີການຕ່າງປະເທດ ແຟງລັງ Pekka Haavisto ຢືນຢັນວ່າ ເລື່ອງເຂົ້າເປັນສະມາຊິກ NATO ຈະບໍ່ປ່ຽນແປງທັດສະນະພື້ນຖານຂອງປະເທດນີ້, ນັ້ນແມ່ນຍາມໃດກໍ່ຊອກຫາມາດຕະການແກ້ໄຊໂດຍສັນຕິວິທີ.

        ໃນຂະນະນັ້ນ, ມີສະມາຊິກລັດຖະສະພາບາງທ່ານໄດ້ຄັດຄ້ານຂໍ້ສະເໜີດັ່ງກ່າວ, ໂດຍຖືວ່າ ເຂດຊາຍແດນ ແຟງລັງ ຈະກາຍເປັນເຂດຊາຍແດນລະຫວ່າງ NATO ແລະ ລັດເຊຍ. ຕາມສະມາຊິກລັດຖະສະພາເຫຼົ່ານີ້ແລ້ວ, ຄວາມເຄັ່ງຕຶງໃໝ່ ບໍ່ພຽງແຕ່ຈະເກີດຄວາມສ່ຽງໃນວິວັດທະນາການເລີ່ມດຳເນີນຂັ້ນຕອນການເຂົ້າເປັນສະມາຊິກ NATO ເທົ່ານັ້ນ ຫາກຍັງອາດຈະສົ່ງຜົນສະທ້ອນເຖິງສະພາບການໃໝ່ໃນນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ແຟງລັງ.

        ນອກຈາກ ແຟງລັງ ແລ້ວ, ຊູແອັດ ກໍ່ໄດ້ຖະແຫຼງຈະວ່າ ຊຸກຍູ້ວິວັດທະນາການເຂົ້າເປັນສະມາຊິກ NATO ເຖິງວ່າຖືກ ຕວກກີ ຄັດຄ້ານຍ້ອນມີຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງກໍ່ຕາມ.

ຕອບກັບ