ສະພາແຫ່ງຊາດ ຮຸງກາຣີ ໃຫ້ສັດຕະຍາບັນຂໍ້ສະເໜີຢາກເຂົ້າເປັນສະມາຊິກ NATO ຂອງ ຊູແອັດ

Chia sẻ
(VOVWORLD) - ການຮ່ວມມືດ້ານການທະຫານຂອງ ຊູແອັດ ແລະ ຮຸງກາຣີ ກໍ່ຄືເລື່ອງ ຊູແອັດ ເຂົ້າເປັນສະມາຊິກ NATO ໄດ້ປັບປຸງຄວາມໝັ້ນຄົງຂອງ ຮຸງກາຣີ.
ສະພາແຫ່ງຊາດ ຮຸງກາຣີ ໃຫ້ສັດຕະຍາບັນຂໍ້ສະເໜີຢາກເຂົ້າເປັນສະມາຊິກ NATO ຂອງ ຊູແອັດ - ảnh 1ສະພາແຫ່ງຊາດ ກຸງກາຣີ ຈັດກອງປະຊຸມໃນວັນທີ 26 ກຸມພາ 2024
(ພາບ:AFP/TTXVN)

ວັນທີ 26 ກຸມພາ, ສະພາແຫ່ງຊາດ ຮຸງກາຣີ ໄດ້ປ່ອນບັດໃຫ້ສັດຕະຍາບັນຂໍ້ສະເໜີຢາກເຂົ້າເປັນສະມາຊິກອົງການ ສົນທິສັນຍາອັດລັງຕິກເໜືອ (NATO) ຂອງ ຊູແອັດ. ການປ່ອນບັດຮັບຮອງເອົາດ້ວຍຈຳນວນບັດສະໜັບສະໜູນ 188 ບັດ ແລະ ບັດຄ້ານ 6 ບັດ. ກ່ອນໜ້ານັ້ນ, ລັດຖະບານຂອງທ່ານນາຍົກລັດຖະມົນຕີ Viktor Orban ໄດ້ຍື່ນສະເໜີອະນຸສັນຍາອະນຸມັດຂໍ້ສະເໜີຂອງ ຊູແອັດ ເຂົ້າເປັນສະມາຊິກ NATO ໃນເດືອນ ກໍລະກົດ 2022, ແຕ່ບັນດາບັນຫາຖືກຢຸດສະຫງັກຢູ່ສະພາແຫ່ງຊາດຂອງ ຮຸງກາຣີ ຕໍ່ໜ້າການຄັດຄ້ານຂອງບັນດານັກສ້າງກົດໝາຍຂອງພັກກຳອຳນາດ. ກ່າວຄຳເຫັນຕໍ່ບັນດານັກສ້າງກົດໝາຍກ່ອນດຳເນີນການປ່ອນບັດ, ທ່ານນາຍົກລັດຖະມົນຕີ Orban ເວົ້າວ່າ: ການຮ່ວມມືດ້ານການທະຫານຂອງ ຊູແອັດ ແລະ ຮຸງກາຣີ ກໍ່ຄືເລື່ອງ ຊູແອັດ ເຂົ້າເປັນສະມາຊິກ NATO ໄດ້ປັບປຸງຄວາມໝັ້ນຄົງຂອງ ຮຸງກາຣີ.

        ແລະກໍ່ໃນວັນດຽວກັນ, ເມື່ອປະຕິກິລິຍາຕໍ່ເລື່ອງສະພາແຫ່ງຊາດ ຮຸງກາຣີ ປ່ອນບັດໃຫ້ສັດຕະຍາບັນເລື່ອງເຂົ້າຮ່ວມ NATO ຂອງ ຊູແອັດ, ທ່ານ Jens Stoltenberg ເລຂາທິການNATO ຖືວ່າ: ສຳພັນທະມິດການທະຫານນີ້ຈະກາຍເປັນ ກຳລັງເຂັ້ມແຂງກ່ວາ. ທຳນຽບຂາວ ກໍ່ຊົມເຊີຍການກະທຳຂອງສະພາແຫ່ງຊາດ ຮຸງກາຣີ ແລະ ສະເໜີໃຫ້ລັດຖະບານ ຮຸງກາຣີ ປະຕິບັດສຳເລັດຂັ້ນຕອນທີ່ອະນຸຍາດໃຫ້ ຊູແອັດ ເຂົ້າຮ່ວມ NATO.

ຕອບກັບ