ສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບການກົດໝາຍປ້ອງກັນ, ຫລຸດຜ່ອນໄພທຳມະຊາດ

Chia sẻ
ຕອນ​ເຊົ້າ​ວັນ​ທີ 21/11, ​ໂດຍສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​ໄດ້ປຶກສາ​ຫາລື​ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຫລີກ​ລ້ຽງ ​ແລະ ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ

ສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບການກົດໝາຍປ້ອງກັນ, ຫລຸດຜ່ອນໄພທຳມະຊາດ - ảnh 1
ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13
ປຶກສາຫາລືຮ່າງກົດໝາຍບາງສະບັບ
ພາບ: internet

(vovworld) - ວັນ​ທີ 21/11, ​ໂດຍສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​ໄດ້ປຶກສາ​ຫາລື​ ກ່ຽວ​ກັບ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຫລີກ​ລ້ຽງ ​ແລະ ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ. ສຳລັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ, ບັນດາ ສສຊ ຖື​ວ່າ: ຮ່າງ​ກົດໝາຍ​ສະບັບ​ນີ້​ຕ້ອງ​ເສີມ​ຂະຫຍາ​ຍກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ. ກ່ຽວ​ກັບ​ກຳລັງ​ສະ​ເພາະ​ກິດ​​​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ​,​ ຄຳ​ເຫັນ​ຂອງ ສສຊ ຫລາຍ​ທ່ານ​ຖື​ວ່າ: ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ ບໍ່​ຈຳ​ເປັນ​ຕ້ອງ​ມີ​ກຳລັງ​ສະ​ເພາະ​ກິດ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ກາ​ນຮ້າຍ. ​ໃນ​ຕໍ່ຫນ້າ, ພຽງ​ແຕ່​ສ້າງ​ຕັ້ງກຳລັງສະ​ເພາະ​ກິດ​ເຮ​ັດວຽກ​ງານ​ເສ​ນາ​ທິການ, ສັງ​ລວມ, ​ແນະນຳ ຢູ່ ສູນ​ກາງ. ທ່ານ Bui Duc Hanh ສສຊ ​ແຂວງ Lao Cai ປະກອບ​ຄຳ​ເຫັນ​ວ່າ:

        “ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ ຄວນ​ເປັນ​ຄະນະ​ຊີ້​ນຳ​ຮັບຜິດຊອບ ​ແລະ ​ເຄື່ອນ​ໄຫວ​ເປັນ​ປະຈຳ, ບໍ່​ຄວນ​ກຳນົດ​ເມື່ອ​ມີ​ຄວາມ​ຈຳ​ເປັນ ຫລື ມີ​ເຫດການ​​ເກີດ​ຂຶ້ນ​ຈຶ່ງ​ສ້າງ​ຕັ້ງ. ຮູບ​ແບບ​ຕ້ອງ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ. ຢູ່ ສູນ​ກາງ​ໂດຍ​ແມ່ນ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ເປັນ​ຫົວຫນ້າ​ຄະນະ​ຊີ້​ນຳ. ບັນດາ​ທ້ອງ​ຖິ່ນ ​ໂດຍ​ແມ່ນ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເປັນ ຫົວຫນ້າ​ຄະນະ​ຊີ້​ນຳ.”

 ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​ໄດ້ປຶກສາ​ຫາລື​ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຫລີກ​ລ້ຽງ ​ແລະ ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ.  ບັນດາ ສສຊ ລ້ວນ​ແຕ່​ເຫັນ​ດີ​ກ່ຽວກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍສະບັບ​ດັ່ງກ່າວ​ເພື່ອ​ປັບປຸງ​ກອບ​ກົດໝາຍ​ສຳລັບ​ການ​​ເຄື່ອນ​ໄຫວປ້ອງ​ກັນ, ຮັບ​ມື ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​​ໄພທຳ​ມະ​ຊາດ​ໃຫ້​ສົມບູນ​ແບບ, ປະກອບສ່ວນ​​​ເຂົ້າ​ໃນ​ການ​ພັດທະນາ ເສດຖະກິດ ສັງຄົມ​ແບບ​ຍືນ​ຍົງ​ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ບັນດາ​ຄຳ​ເຫັນ​ຂອງ ສສຊ ​ໄດ້​​ເນັ້ນ​ຫນັກ​ວ່າ: ກົດໝາຍ​ຕ້ອງ​​ຕິດ​ແທດ​ ​ແລະ ສອດຄ່ອງ​ກັບ​ສົນທິສັນຍາ ສປຊ ​ກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຊື່​ງຫວຽດນາມ ​ເປັນ​ສະມາຊິກ, ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເພື່ອ​ຫລຸດຜ່ອນ​ຄວາມ​ເສຍ​ຫາຍ​​​ໂດຍ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ, ບັນດາ ສສຊ ຖື​ວ່າ ຕ້ອງ​ມີ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ຂ້ຽວຂາດ ​​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ສັງຄົມ. ທ່ານນາງ Ton Thi Ngoc Hanh ສສຊ ​ແຂວງ Dac Nong ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ ນະ​ໂຍບາຍ​ຂອງ​ລັດ ​ໃນ​ຂົງ​ເຂດ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ ນັ້ນ​ແມ່ນ ລັດ​ຕ້ອງ​ສວມ​ບົດບາດ​ຫລັກ​ແຫ​ລ່ງ ​ແລະ ຕ້ອງ​ມີ​ບາງ​ຂໍ້​ກຳນົດບັງຄັບອົງການ ຈັດ​ຕັ້ງ, ສ່ວນ​ບຸກຄົນ​ປະຕິບັດ, ບໍ່​ພຽງ​ແຕ່​ລັດ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ, ສົ່ງ​ເສີມ​ຄື​ດັ່ງ​ຮ່າງ​ກົດໝາຍ​ໄດ້​ກ່າວ​ມາ​ຂ້າງ​ເທິງ​​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ສະ​ເຫ​ນີ ຕ້ອງ​ເພີ່ມ​ເຕີມ​ເນື້ອ​ໃນ​ຍ້ອງຍໍສັນ ​ແຕ່​ຕ້ອງ​ສອດຄ່ອງ​ກັບ​ກົດໝາຍ​ດວ່າ​ດ້ວຍ​ການ​ແຂ່ງຂັນ​ຍ້ອງຍໍ ​ເພາະວ່າ ​ໃນການ​ເຄື່ອນ​ໄຫວ​ວຽກ​ງານນີ້ ​​ອັນຕະລາຍ ເຄີຍ​​ເສຍສະຫລະ​ຊີວິດອິນ​ຊີ.”

ຕອບກັບ