ສະພາບການໂລກລະບາດໂຄວິດ-19 ໃນຕອນເຊົ້າວັນທີ 23 ກໍລະກົດ

Chia sẻ
(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາປະມານ 8 ໂມງເຊົ້າຂອງວັນທີ 23 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ -19 ທັງໝົດ 15.363.970 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 629.292 ຄົນ. 

ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.343.500 ຄົນ. ປັດຈຸບັນ ຍັງມີປະມານ 1% ຈຳນວນຜູ້ຕິດເຊື້ອແມ່ນຍັງຢູ່ໃນອາການເຈັບໜັກ.

        3 ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ໃນໂລກ ນັ້ນ ຍັງແມ່ນ ອາເມລິກາ ມີຜູ້ຕິດເຊື້ອແມ່ນ 4.100.012 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 146.140 ຄົນ, ຖັດມາແມ່ນປະເທດ ບຣາຊິນ ແລະ ອິນເດຍ.

ຕອບກັບ