ສະພາບການໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ໃນໂລກ

Chia sẻ
(VOVWORLD) - ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລ້ວ, ໄລ່ແຕ່ເວລາ 18 ໂມງຂອງວັນທີ 14 ພະຈິກ ຮອດເວລາ 6 ໂມງຂອງວັນທີ 15 ພະຈິກ, ຫວຽດນາມ ຢັ້ງຢືນມີ 9 ຄົນຕິດເຊື້ອໂຄວິດ-19 ໃໝ່ຊຶ່ງມາຈາກຕ່າງປະເທດ.
ສະພາບການໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ໃນໂລກ - ảnh 1 (ພາບປະກອບ)

        ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1265 ຄົນ, ໃນນັ້ນ ມີ 1101 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງຂອງວັນທີ 15 ພະຈິກ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 54.318.729 ຄົນ, ໃນນັ້ນ ມີ 1.318.038  ຄົນເສຍຊີວິດ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ ດ້ວຍຈຳນວນຜູ້ຕິດເຊື້ອ 1911.226.038  ໃນນັ້ນ ມີ 251.256 ເສຍຊີວິດ, ຖັດຈາກນັ້ນແມ່ນປະເທດ ອິນເດຍ ແລະ ບຣາຊິນ.

ຕອບກັບ