ສະພາບການໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ໃນໂລກ

Chia sẻ
(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 07 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນກ່ວາ 49,64 ລ້ານຄົນ, ໃນນັ້ນ ມີ 1,24 ລ້ານຄົນເສຍຊີວິດ. 

ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ແມ່ນ 129.634 ຄົນແມ່ນຕົວເລກສູງທີ່ສຸດ ເຊິ່ງບໍ່ເຄີຍມີມາກ່ອນ ແລະ ກໍ່ແມ່ນຕົວເລກສູງທີ່ສຸດຢູ່ໂລກ. ໄລ່ມາຮອດປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ອາເມລິກາ ໄດ້ລື່ນກາຍຕົວເລກ 10 ລ້ານຄົນແລ້ວ.

        ຢູ່ເອີຣົບ, ໃນ 24 ຊົ່ວໂມງຜ່ານມາ, ຝຣັ່ງ, ອີຕາລີ ແລະ ໂປໂລຍ ແມ່ນ 3 ປະເທດທີ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ຫລາຍທີ່ສຸດ. ປະຈຸບັນ ທົ່ວ ເອີຣົບ ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 11,62 ລ້ານຄົນ, ໃນນັ້ນ ມີ 287.000 ຄົນເສຍຊີວິດ.

        ຢູ່ອາຊີ, ອິນເດຍ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 8,46 ລ້ານຄົນ.

        ແລະໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດເວລາ 6 ໂມງຂອງວັນທີ 07 ພະຈິກ, ຫວຽດນາມ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 1 ຄົນ ເຊິ່ງກັບມາຈາກປະເທດ ອັງໂກລາ ແລະ ໄດ້ຮັບການແຍກຕົວໃນທັນທີ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດແມ່ນ 1213 ຄົນ, ໃນນັ້ນ ມີ 1070 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.

ຕອບກັບ