ສະ​ພາບການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

Chia sẻ
(VOVWORLD) - ວັນທີ 25 ກໍລະກົດ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຜູ້ອອກສະໝັກຮັບເລືອກຕັ້ງອັນດັບໜຶ່ງຂອງພັກປະຊາທິປະໄຕ ພ້ອມແລ້ວທີ່ຈະໂຕ້ວາທີກັບຄູ່ແຄ່ງ, ທ່ານ Donald Trump ຂອງພັກສາທາລະນະລັດ.
ສະ​ພາບການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1

(ພາບ: Business Insider)

   ກ່າວຄຳເຫັນກັບວົງການນັກຂ່າວໃນວັນທີ 25 ກໍລະກົດ, ທ່ານນາງຮອງປະທານາທິບໍດີ Kamala Harris ໃຫ້ຮູ້ວ່າ ທ່ານນາງພ້ອມແລ້ວທີ່ຈະໂຕ້ວາທີກັບທ່ານ Donald Trump ພ້ອມທັງຕິຕຽນຄູ່ແຂ່ງຂອງຕົນວ່າ ໄດ້ຫລິກລ້ຽງຂໍ້ຕົກລົງກ່ອນນີ້ ກ່ຽວກັບການໂຕ້ວາທີໂດຍສຳນັກຂ່າວສານ ABC News ຈັດຂຶ້ນໃນວັນທີ 10 ກັນຍາ.

  ສ່ວນທ່ານ Donald Trump ໃຫ້ຮູ້ວ່າ ການໂຕ້ວາທີໂດຍສຳນັກຂ່າວສານ Fox News ຈັດຂຶ້ນ ແລະ ທ່ານຢາກໂຕ້ວາທີກັບທ່ານນາງ Kamala Harris ກ່ວາ 1 ເທື່ອ. ໃນຂະນະນັ້ນ, ຕາມທ່ານ Steven Cheung ໂຄສົກບັ້ນຫາສຽງເລືອກຕັ້ງຂອງທ່ານ Donald Trump ແລ້ວ, ເລື່ອງຊັບຊ້ອນການໂຕ້ວາທີຄັ້ງຕ່າງໆ ຈະບໍ່ສາມາດສຳເລັດໄດ້ ຈົນຮອດເວລາພັກປະຊາປະໄຕ ໄດ້ຍົກອອກຜູ້ອອກສະໝັກຮັບເລືອກຕັ້ງຂອງຕົນຢ່າງເປັນທາງການ.

ຕອບກັບ