ສະ​ພາ​ກາ​ແດງ​ນະ​ຄອນ ຮ່າ​ໂນ້ຍ ​ປຸກ​ລະ​ດົມ​ເດືອນ​ມະ​ນຸດ​ສະ​ທຳ​ປີ 2024

Chia sẻ
(VOVWORLD) - ວັນທີ 16 ເມສາ, ຢູ່ສູນວັດທະນະທຳ, ຖະແຫຼງຂ່າວ, ກິລາ ເມືອງອືງຮວ່າ, ນະຄອນ ຮ່າໂນ້ຍ, ສະພາກາແດງນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເມືອງ ອືງຮວ່າ  ຈັດພິທີປຸກລະດົມເດືອນມະນຸດສະທຳ ປີ 2024 ດ້ວຍຫົວຂໍ້ “ການເຄື່ອນໄຫວມະນຸດສະທຳ - ມອບຄວາມຮັກແພງ”.
ສະ​ພາ​ກາ​ແດງ​ນະ​ຄອນ ຮ່າ​ໂນ້ຍ ​ປຸກ​ລະ​ດົມ​ເດືອນ​ມະ​ນຸດ​ສະ​ທຳ​ປີ 2024 - ảnh 1ພິທີມອບລົດຖີບ (ພາບ: qdnd.vn)

        ພາຍຫຼັງພິທີປຸກລະດົມ, ຄະນະການນຳສູນກາງສະພາກາແດງ ຫວຽດນາມ, ຄະນະພັກນະຄອນ ຮ່າໂນ້ຍ, ສະພາກາແດງນະຄອນ, ການນຳເມືອງ ອືງຮວ່າ ແລະ ສະພາກາແດງເມືອງອື່ນໆ ໄດ້ລົງຢ້ຽມຢາມໂຮງໝໍຫຼາຍຂະແໜງ ເວິນດິ່ງ, ເຂົ້າຮ່ວມພິທີມອບລົດຖີບໄຟຟ້າ, ລວມມູນຄ່າ 239,8 ລ້ານດົ່ງ (ເກືອບ 10.000 USD), ໃຫ້ແກ່ໂຮງໝໍຫຼາຍຂະແໜງ ເວິນດິ່ງ ເພື່ອສົ່ງຄົນເຈັບໂດຍບໍ່ເສຍຄ່າ.

        ປີ 2024 ນີ້, ເດືອນມະນຸດສະທຳ ໂດຍສະພາກາແດງນະຄອນ ຮ່າໂນ້ຍ ຜັນຂະຫຍາຍໃນເດືອນ ພຶດສະພາ. ເພື່ອຕອບສະໜອງເດືອນມະນຸດສະທຳ, ສະພາກາແດງ ນະຄອນ ຮ່າໂນ້ຍ ໄດ້ຫັກຈາກກອງທຶນມະນຸດສະທຳ ເພື່ອມອບປຶ້ມປະຢັດ 10 ເຫຼັ້ມ, ແຕ່ລະເຫຼັ້ມ ມີມູນຄ່າ 5 ລ້ານດົ່ງ ໃຫ້ແກ່ຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ, ມອບລົດຖີບ 20 ຄັນ ໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກແຕ່ດຸໝັ່ນຮ່ຳຮຽນ ໃນບໍລິເວນເມືອງ ອຶງຮວ່າ.

ຕອບກັບ