ສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ - 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ

Minh Duc - Xuan Bach
Chia sẻ
(VOVWORLD) - ເລື່ອງຄົ້ນຄວ້າວິທະຍາສາດ, ໃຫ້ຄຳປຶກສານະໂຍບາຍແກ່ພັກ ແລະ ລັດ ບັນດາບັນຫາກ່ຽວກັບ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ ມີຄວາມໝາຍສຳຄັນຍິ່ງ.
ສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ - 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ - ảnh 1(ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຮຸຍຮ່ວາງ)

        ໂດຍຜ່ານ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຢູ່ແຕ່ລະໄລຍະ ສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ທີ່ນອນໃນກຸ່ມບັນດາອົງການຈັດຕັ້ງຄົ້ນຄວ້າວິທະຍາສາດ ສັງກັດສະຖາບັນບັນດິດ ຫວຽດນາມ ກໍ່ບັນລຸຜົນງານໃດໜຶ່ງ ໃນການຄົ້ນຄວ້າວິທະຍາສາດ, ໃຫ້ຄຳປຶກສານະໂຍບາຍແກ່ພັກ ແລະ ລັດ ຫຼາຍບັນຫາກ່ຽວກັບ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ.

        ໃນບົດກ່າວປາໄສຂ່ຳນັບຕ້ອນຮັບພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະຖາບັນ ອາຊີຕາເວັນອອກສ່ຽງໃຕ້ (1973 – 2023), ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຮຸຍຮ່ວາງ, ຫົວໜ້າສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້, ໃຫ້ຮູ້ວ່າ: ປະຈຸບັນ, ສະພາບການຢູ່ພາກພື້ນ ແລະ ໂລກພວມມີບັນດາການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເລື່ອງຄົ້ນຄວ້າວິທະຍາສາດ, ໃຫ້ຄຳປຶກສານະໂຍບາຍແກ່ພັກ ແລະ ລັດ ບັນດາບັນຫາກ່ຽວກັບ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ ມີຄວາມໝາຍສຳຄັນຍິ່ງ. ສະຖາບັນກໍ່ພັດທະນາເຄືອຂ່າຍຢູ່ສ່ວນຫຼາຍປະເທດ ອາຊຽນ ແລະ ບາງປະເທດຢູ່ ອາຊີ, ອາຊີໃຕ້ ແລະ ບັນດາພາກພື້ນອື່ນໃນໂລກ:

        “ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ຮັກສາ ແລະ ພັດທະນາສະຖາບັນໃຫ້ກາຍເປັນສູນຄົ້ນຄວ້າທີ່ມີອິດທິພົນຊື່ສຽງແຖວໜ້າຢູ່ພາຍໃນປະເທດ ແລະ ພາກພື້ນ, ສ້າງຕັ້ງການພົວພັນຮ່ວມມືດ້ານການຄົ້ນຄວ້າວິທະຍາສາດກັບອົງການຈັດຕັ້ງວິທະຍາສາດ, ກໍຄືບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລຢູ່ພາຍໃນ ແລະ ນອກພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເພື່ອປະກອບສ່ວນໃຫ້ແກ່ພັກ ແລະ ລັດ ໃນການວາງແຜນນະໂຍບາຍການພົວພັນກັບສາກົນ ແລະ ເປີດກວ້າງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ທົ່ວໂລກໃຫ້ຫຼາຍກວ່າເກົ່າ”.

ສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ - 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ - ảnh 2(ບັນດາຜູ້ແທນ, ແຂກຖືກເຊີນເຂົ້າຮ່ວມພິທີ)

        ສະຖາບັນ ອາຊີຕາເວັນອອກສ່ຽງໃຕ້ ມີຫຼາຍກິດຈະກຳຄົ້ນຄວ້າພົ້ນເດັ່ນ, ມີຄຸນຄ່າກ່ຽວກັບບັນດາບັນຫາທີ່ພົ້ນເດັ່ນຂອງກຸ່ມບັນດາປະເທດ ແລະ ບາງປະເທດ ອາຊຽນ, ຄື: ບັນດາປະເທດໝູ່ເກາະ, ລາວ, ກຳປູເຈຍ, ໄທ ແລະ ມຽນມາ: “ການອົບພະຍົບ ແລະ ຫັນປ່ຽນວິຖີດຳລົງຊີວິດ - ກໍລະນີປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ”; “ການຮ່ວມມືຂ້າມຊາຍແດນທາງທິດຕາເວັນຕົກພາກໃຕ້”; “ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ…”; “ບາງບັນຫາທ່າອ່ຽງດ້ານການເມືອງເສດຖະກິດຢູ່ ສປປ.ລາວ ໃນ 2 ທົດສະວັດຂອງຕົ້ນສະຕະວັດທີ XXI”… ໝາກຜົນຂອງບັນດາກິດຈະກຳຄົ້ນຄວ້າດັ່ງກ່າວໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ພັກ ແລະ ລັດ ໃນການປະກາດໃຊ້ ແລະ ປະຕິບັດບັນດານະໂຍບາຍທີ່ກ່ຽວຂ້ອງ. ນອກນັ້ນ, ຍັງມີບັນດາກິດຈະກຳຄົ້ນຄວ້າກ່ຽວກັບບັນດາປະເທດໝູ່ເກາະ ແລະ ບັນຫາກ່ຽວຂ້ອງອື່ນໆກ່ຽວກັບ ສິງກະໂປ, ມາເລເຊຍ, ຟີລິບປິນ, ອິນໂດເນເຊຍ, ບຣູໄນ…

ຕອບກັບ