ສຸມໃສ່ກໍ່ສ້າງຕຳຫຼວດທະເລຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ທັນສະໄໝ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 30 ມັງກອນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ອວຍພອນພະນັກງານ, ນັກຮົບກຳລັງຕຳຫຼວດທະເລຫວຽດນາມ ຢູ່ກອງບັນຊາການຕຳຫຼວດທະເລເຂດ 3.
ສຸມໃສ່ກໍ່ສ້າງຕຳຫຼວດທະເລຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ທັນສະໄໝ - ảnh 1(ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຮັດວຽກຢູ່ກອງບັນຊາການຕຳຫຼວດທະເລເຂດ 3)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ພັກ, ລັດ ເອົາໃຈໃສ່ເປັນພິເສດ, ລົງທຶນໃຫ້ແກ່ກຳລັງຕຳຫຼວດທະເລ. ທ່ານປະທານປະເທດສະເໜີໃຫ້ ກອງບັນຊາການຕຳຫຼວດທະເລເຂດ 3 ສຸມໃສ່ກໍ່ສ້າງຕຳຫຼວດທະເລຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ມີຄຸນນະພາບສັງລວມ, ມີກຳລັງຕໍ່ສູ້ສູງ, ກາຍເປັນກຳລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ເກາະ, ໄຫ່ຼທະວີບ, ປົກປ້ອງສິດຜົນປະໂຫຍດແຫ່ງຊາດ ແລະ ຜົນປະໂຫຍດດ້ານເສດຖະກິດບົນທະເລດ້ວຍກົດໝາຍ. ທ່ານປະທານປະເທດ ເຈີ່ນດ້າຍກວາງ, ກ່າວວ່າ.

        “ຂ້າພະເຈົ້າສະເໜີໃຫ້ກຳລັງຕຳຫຼວດທະເລ ຕ້ອງຕັ້ງໜ້າສົມທົບກັບບັນດາກຳລັງກອງທັບເຮືອ, ທະຫານຊາຍແດນ, ບັນດາກຳລັງທີ່ມີໜ້າທີ່ອື່ນໆ ປະຕິບັດໜ້າທີ່ບົນທະເລ, ເຂດແຄມທະເລ ເພື່ອຈັດຕັ້ງວຽກງານລາດຕະເວນ, ຄວບຄຸມຄົ້ນພົບ ແລະ ແກ້ໄຂບັນດາການລະເມີດກົດໝາຍຢູ່ເຂດນ່ານນ້ຳ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ຢ່າງທັນການ. ໃນນັ້ນມີທັງກໍລະນີກ່ຳປັ່ນຂອງຕ່າງປະເທດລະເມີດເຂດນ່ານນ້ຳທະເລຂອງຫວຽດນາມ ເພື່ອໃຫ້ພວກເຮົາມີບັນດາວິທີການແກ້ໄຂຢ່າງທັນການ”.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການກອງພົນໃຫຍ່ທະຫານເຂດ 4 - ແມ່ທັບ ກິວລອງ ວິລະຊົນ, ຢູ່ແຂວງບິ່ງເຢືອງ.

ຕອບກັບ