ສື່ມວນຊົນ ໂອຕາຣິດ ຕີລາຄາສູງການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ

Chia sẻ
(VOVWORLD) - ພະລັງງານທົດແທນແມ່ນຈຸດສຸມຂອງການພົບປະ, ເຮັດວຽກຢູ່ວັງ Esterházy, ລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ກັບອຳນາດການປົກຄອງລັດ Burgenland
ສື່ມວນຊົນ ໂອຕາຣິດ ຕີລາຄາສູງການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ແລະ ທ່ານປະທານາທິບໍດີ Alexander Van der Bellen ແລະ ພັນລະຍາ
(ພາບ:TTXVN)

ວັນທີ 25 ກໍລະກົດ, ສື່ມວນຊົນ ໂອຕາຣິດ ສືບຕໍ່ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ສ ໂອຕາຣິດ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ໃນນັ້ນ ໄດ້ຕີລາຄາສູງການຢ້ຽມຢາມ ກໍ່ຄືບັນດາກາລະໂອກາດຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນຄວາມມານະພະຍາຍາມຮັດແໜ້ນການພົວພັນ, ມຸ່ງໄປເຖິງເປົ້າໝາຍຫລຸດຜ່ອນກາກບອນ.

        ໃນສື່ເອກເລັກໂຕນິກຂອງລັດ Burgenland, ໂອຕາຣິດ (burgenland.at) ໃຫ້ຮູ້ວ່າ ພະລັງງານທົດແທນແມ່ນຈຸດສຸມຂອງການພົບປະ, ເຮັດວຽກຢູ່ວັງ Esterházy, ລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ກັບອຳນາດການປົກຄອງລັດ Burgenland.

        ນອກຈາກນັ້ນ, ຍັງມີຫຼາຍສື່ເອເລັກໂຕນິກອື່ນໆຂອງ ໂອຕາຣິດ ກໍ່ໄດ້ໃຫ້ຂ່າວ, ບົດຂຽນກ່ຽວກັບການເຄື່ອນໄຫວຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢູ່ ໂອຕາຣິດ, ຕີລາຄາສູງການຢ້ຽມຢາມດ້ວຍການເຄື່ອນໄຫວຫຼາຍຢ່າງໃນຄວາມມານະພະຍາຍາມຊຸກຍູ້ການພົວພັນສອງຝ່າຍ.

ຕອບກັບ