(ພາບ:m.vietnamnet.vn) ( vovworld ) – ວັນທີ 9/4, ສຳນັກຂ່າວສານສູນກາງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ (KCNA) ໃຫ້ຮູ້ວ່າ ກອງປະຊຸມຄັ້ງທີ 4 ພັກແຮງງານເກົາຫຼີ ຈະດຳເນີນໃນວັນທີ 11/4 ຢູ່ນະຄອນຫຼວງພຽງຢາງ. ຄາດວ່າ ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກພັກແຮງງານເກົາຫຼີ ຈະເລືອກຕັ້ງການນຳຄົນໃໝ່ Kim Jong Un ດຳລົງບັນດາຕຳແໜ່ງສຳຄັນໃນພັກ. ນອກຈາກນັ້ນແລ້ວ, ຄາດວ່າ, ສະພາແຫ່ງຊາດສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ກໍຈະຮຽກໂຮມວາລະປະຊຸມປະຈຳປີໃນວັນທີ 13/4 ທີ່ຈະມາເຖິງ ເພື່ອເລືອກຕັ້ງປະທານສະພາປ້ອງກັນຊາດແຫ່ງລັດ ຊື່ງແມ່ນອົງການອອກຄຳຕັດສິນສູງສຸດຢູ່ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ. ບັນດາວາລະປະຊຸມດັ່ງກ່າວ ດຳເນີນໄປໃນສະພາບການທີ່ປະເທດຈຳນວນໜື່ງ, ພິເສດແມ່ນອາເມລິກາ, ຍີ່ປຸ່ນ ແລະ ສາທາລະນະລັດເກົາຫຼີ ມີຄວາມວິຕົກກັງວົນທີ່ສຸດ ກ່ຽວກັບແຜນການຍິງດາວທຽມຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ. ບັນດາປະເທດເຫຼົ່ານັ້ນຖືວ່າ ໃນຕົວຈິງ, ການຍິງດາວທຽມຈະແມ່ນຮູບນອກຂອງການຍິງລູກສອນໄຟໄລຍະໄກ, ສະນັ້ນ ໄດ້ຮຽກຮ້ອງໃຫ້ພຽງຢາງ ເປັນເວລາຫຼາຍເທື່ອວ່າ ຈົ່ງພິຈາລະນາໂຈະແຜນການນີ້ໄວ້. ແຕ່ເຖິງຢ່າງໃດກໍຕາມ, ຝ່າຍສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ຍັງຢືນຢັນວ່າ ການຍິງດາວທຽມ ພຽງແຕ່ເພື່ອຈຸດປະສົງຄົ້ນຄ້ວາວິທະຍາສາດເທົ່ານັ້ນ. Từ khóa: ກະກຽມ ກອງປະຊຸມຄັ້ງທີ 4 ພັກແຮງງານ