ສປຊ ໜູນຊ່ວຍແຜນການ ຢຸດຕິການນຳໃຊ້ເດັກນ້ອຍ ໃນກອງທັບ Somali

Chia sẻ

ສະຫະ​ປະຊາ​ຊາດ​ໜູນ​ຊ່ວຍ​ແຜນການ​ຢຸດຕິ​ການ​ນຳ​ໃຊ້​ເດັກ​ນ້ອຍ​ໃນ​ກອງທັບ Somali

ສປຊ ໜູນຊ່ວຍແຜນການ ຢຸດຕິການນຳໃຊ້ເດັກນ້ອຍ ໃນກອງທັບ Somali - ảnh 1
ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ
(ພາບ:ອິນ​ເຕີ​ແນັດ)​

( vovworld ) – ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​​ໄດ້​ລົງ​ນາມ​ກັບ​ລັດຖະບານ Somali ​ເພື່ອ​ແນ່​ໃສ່​ຢຸດຕິ​ການ​ຄັດ​ເລືອກ ​ແລະ ນຳ​ໃຊ້​ເດັກນ້ອຍ​ໃນ​ກຳລັງ​ປະກອບ​ອາວຸດ​ແຫ່ງ​ຊາດ​ຢູ່​ປະ​ເທດ​ນີ້. ທ່ານ Martin Nesirky ​ໂຄສົກ ສປຊ ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຊື່​ເອີ້ນ​ວ່າ: “​ແຜນການ​ເຄື່ອນ​ໄຫວ“ ຊື່​ງ​ໄດ້​ລົງ​ນາມ​ເມື່ອ​ວັນ​ທີ​ 3/6 ລະຫວ່າງ ສປຊ ​ແລະ ລັດຖະບານ Somali, ຊື່​ງ​ໃນ​ນັ້ນ​ໄດ້​ວາງ​ອອກ​ບັນດາ​ບາດກ້າວ​ລະອຽດ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ເດັກ ບໍ່​ຖືກ​ຄັດ​ເລືອກ​ເຂົ້າກອງທັບ. “​ແຜນການ​ເຄື່ອນ​ໄຫວ“  ສ້າງ​ບັນດາ​ຄຳໝັ້ນສັນຍາ​ໃຫ້​ແກ່​ລັດຖະບານ ​Somali ເພື່ອ​ແນ​ໃສ່ຢຸດຕິ ​ແລະ ສະກັດ​ກັ້ນການຄັດ​ເລືອກ ​ແລະ ນຳ​ໃຊ້​ເດັກນ້ອຍ​ໃນ​ກຳລັງ​ປະກອບ​ອາວຸດ​ແຫ່ງ​ຊາດ, ສປຊ ຈະ​ຊ່ວຍ​ເດັກນ້ອຍ​ໝົດ​ທຸກ​ຄົນ​ທີ່​ຫາ​ກໍ່​ອອກ​ຈາກ​ກຳລັງ​ປະກອບ​ອາວຸດ ​ເຈືອ​ຈານ​ເຂົ້າກັບວົງ​ຄະນາ​ຍາດ​ຄືນ​ໃໝ່, ຕ້ອງຜູກ​ໂທດ​ຖານອາຍາ​ສຳລັບ​ບໍ່​ວ່າ​ການ​ເຄື​ອ່ນ​ໄຫວຄັດ​ເລືອກ ​ແລະ ນຳ​ໃຊ້​ເດັກນ້ອຍ​ໃນ​ກຳລັງ​ປະກອບ​ອາວຸດ​…..ສປຊ ຖື​ວ່າ, ຂໍ້​ຕົກ​ລົງ​ດັ່ງກ່າວ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮັກສາ​ຄວາມ​ເປັນ​ປົກກະຕິ​ຢູ່ Somali, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ວ່າ ​ໃນ​ໄລ​ຍະທີ່​ຈະ​ມາ​ເຖິງ, ລັດຖະບານ Somali ຈະສືບ​ຕໍ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ທີ່​ຄ້າຍຄື​ກັນ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ເຂັ່ນຂ້າ​ເດັກນ້ອຍ​ໃນ​ການ​ປະ​ທະ​ກັນ​ຄັ້ງຕ່າງໆ.