ສປຊ ແລະ ຫຼາຍປະເທດສະແດງຄວາມວິຕົກວັງວົນຕໍ່ໜ້າຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ອິດສະຣາແອນ

Chia sẻ
(VOVWORLD) - ແຈ້ງການຈາກຄະນະປະຈຳຂອງ ມານຕາ, ເຊິ່ງແມ່ນປະເທດພວມດຳລົງຕຳແໜ່ງເປັນປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ, ສະພານີ້ຈະໂຮມປະຂຸມດ່ວນໃນວັນທີ 14 ເມສາ (ຕາມເວລາ ອາເມລິກາ) ເພື່ອປຶກສາຫາລືກ່ຽວກັບການກະທຳດ້ານການທະຫານຫວ່າງແລ້ວນີ້ຂອງ ອີຣານ ທີ່ແນໃສ່ ອິດສະຣາແອນ.
ສປຊ ແລະ ຫຼາຍປະເທດສະແດງຄວາມວິຕົກວັງວົນຕໍ່ໜ້າຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ອິດສະຣາແອນ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres 
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 14 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກວັງວົນພາຍຫຼັງ ອີຣານ ຜັນຂະຫຍາຍການບຸກໂຈມຕີດ້ວຍຂອບຂະໜາດໃຫຍ່ ແນໃສ່ ອິດສະຣາແອນ. ໃນຖະແຫຼງການ, ທ່ານເລຂາທິການໃຫຍ່ ສປຊ “ຮຽກຮ້ອງບັນດາຝ່າຍລະງັບໃຈໃນລະດັບສູງສຸດ ເພື່ອຫຼີກລ້ຽງການກະທຳພາໄປເຖິງການປະທະກັນດ້ວຍອາວຸດທີ່ຂອບຂະໜາດໃຫຍ່ໃນຫຼາຍສະໜາມຮົບຢູ່ຕາເວັນອອກກາງ”.

ແຈ້ງການຈາກຄະນະປະຈຳຂອງ ມານຕາ, ເຊິ່ງແມ່ນປະເທດພວມດຳລົງຕຳແໜ່ງເປັນປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ, ສະພານີ້ຈະໂຮມປະຂຸມດ່ວນໃນວັນທີ 14 ເມສາ (ຕາມເວລາ ອາເມລິກາ) ເພື່ອປຶກສາຫາລືກ່ຽວກັບການກະທຳດ້ານການທະຫານຫວ່າງແລ້ວນີ້ຂອງ ອີຣານ ທີ່ແນໃສ່ ອິດສະຣາແອນ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 13 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ກ່າວປະນາມການບຸກໂຈມຕີ ຂອງອີຣານ ແນໃສ່ ອິດສະຣາແອນ. ທ່ານປະທານາທິບໍດີ Biden ໃຫ້ຮູ້ວ່າ: ທ່ານໄດ້ແລກປ່ຽນກັບທ່ານນາຍົກລັດຖະມົນຕີ Benjamin Netanyahu ເພື່ອຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຢ່າງໜັກແໜ້ນຂອງ ອາເມລິກາ ສຳລັບຄວາມໝັ້ນຄົງຂອງ ອິດສະຣາແອນ. ໃນແຈ້ງການອອກວັນທີ 14 ເມສາ (ຕາມເວລາ ອາເມລິກາ) ທ່ານປະທານາທິບໍດີ Biden ຈະໂຮມປະຊຸມກັບການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເພື່ອຄິດໄລ່ຊັ່ງຊາ ບັນດາມາດຕະການໂຕ້ຕອບທາງການທູດເປັນເອກະພາບໃຫ້ແກ່ການບຸກໂຈມຕີຂອງ ອີີຣານ.

ຖະແຫຼງການທີ່ລົງໃນແວບໄຊທາງການຂອງກະຊວງການຕ່າງປະເທດ ຈີນ ອອກວັນທີ 14 ເມສາ ໄດ້ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງ ກ່ຽວກັບສະພາບການປິນຂັ້ນໄດພາຍຫຼັງການກະທຳດ້ານການທະຫານຂອງ ອີຣານແນໃສ່ ອິດສະຣາແອນ, ຮຽກຮ້ອງໃຫ້ບັນດາຝ່າຍຮັກສາຄວາມລະງັບໃຈ ເພື່ອຫຼີກລ້ຽງສະພາບຄວາມເຄັ່ງຕຶງປິນຂັ້ນໄດ.

ຕອບກັບ