ສ​ປ​ຊ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ເຂດ​ ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ ຊີ​ຣີພາຍ​ລັງ​ເຫດ​ແຜ່ນ​ດິນ​ໄຫວ

Chia sẻ
(VOVWORLD) -ນັບແຕ່ວັນທີ 9 ກຸມພາ ມາຮອດປັດຈຸບັນ, ມີລົດຂົນສົ່ງກ່ວາ 280 ຖ້ຽວ ໄດ້ເຄື່ອນຍ້າຍຜ່ານຊາຍແດນຕວັກກີ ເຂົ້າເຂດຊີຣີ ຕາເວັນຕົກສ່ຽງເໜືອຂອງຊີຣີ.
ສ​ປ​ຊ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ເຂດ​ ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ ຊີ​ຣີພາຍ​ລັງ​ເຫດ​ແຜ່ນ​ດິນ​ໄຫວ - ảnh 1ຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຊີຣີ (ພາບ: TTXVN)

ວັນທີ 23 ກຸມພາ, ທ່ານ Muhannad Hadi ຜູ້ປະສານງານມະນຸດສະທຳ ເຂດຮັບຜິດຊອບວິກິດການຢູ່ ຊີຣີຂອງ ສປຊ ໃຫ້ຮູ້ວ່າ ສປຊ ຈະເພີ່ມທະວີການຂົນສົ່ງສິນຄ້າໜູນຊ່ວຍໄປຍັງເຂດທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ ໃນ 2 - 3 ວັນຈະມາເຖິງ ເພື່ອແນໃສ່ໜູນຊ່ວຍປະຊາຊົນນັບຫຼາຍຫຼ້ານຄົນ ທີ່ໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ. ທ່ານຫວັງວ່າ ໃນອາທິດນີ້ ຈະຂົນສົ່ງໄດ້ 40 ຖ້ຽວ/ວັນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບໄລຍະ ກ່ອນເກີດເຫດແຜ່ນດິນໄຫວ, ຍ້ອມມີແຫຼ່ງສິນຄ້າໜູນຊ່ວຍຕື່ມອີກ. ເຖິງຢ່າງໃດກໍ່ຕາມ, ທ່ານ Muhannad Hadi ຖືວ່າ ແຜນການເພີ່ມຖ້ຽວລົດ ຄືດັ່ງກ່າວ ຍັງບໍ່ພຽງພໍເທື່ອນເພື່ອສາມາດຮັບມືກັບວິກິດການມະນຸດສະທຳຢູ່ ຊີຣີ. ນັບແຕ່ວັນທີ 9 ກຸມພາ ມາຮອດປັດຈຸບັນ, ມີລົດຂົນສົ່ງກ່ວາ 280 ຖ້ຽວ ໄດ້ເຄື່ອນຍ້າຍຜ່ານຊາຍແດນຕວັກກີ ເຂົ້າເຂດຊີຣີ ຕາເວັນຕົກສ່ຽງເໜືອຂອງຊີຣີ.

ຕອບກັບ