ສ​ປ​ຊ ຮຽກ​ຮ້ອງ​ໜູນ​ຊ່ວຍ 52 ປະ​ເທດ​ທີ່​​ພວມປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ໜີ້​ສິນ

Chia sẻ
(VOVWORLD) -ວັນທີ 5 ມີນາ, ທ່ານ Achim Steiner ຜູ້ອຳນວຍການໂຄງການພັດທະນາ ສປຊ ຮຽກຮ້ອງໃຫ້ເພີ່ມທະວີບັນດາມາດຕະການຮີບດ່ວນ ເພື່ອແນໃສ່ໜູນຊ່ວຍ 52 ປະເທດ ທີ່ພວມປະເຊີນໜ້າກັບວິກິດການໜີ້ສິນ, ຊ້ຳບໍ່ໜຳ ຍັງຢືນຢູ່ຕໍ່ໜ້າຄວາມສ່ຽງຖືກລົ້ມລະລາຍ ໄດ້ຫຼຸດຜ່ອນພາລະອັນໜັກໜ່ວງນີ້. 
ສ​ປ​ຊ ຮຽກ​ຮ້ອງ​ໜູນ​ຊ່ວຍ 52 ປະ​ເທດ​ທີ່​​ພວມປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ໜີ້​ສິນ - ảnh 1(ພາບປະກອບ: Getty)

ເມື່ອຕອບສຳພາດຕໍ່ນັກຂ່າວຢູ່ນອກກອງປະຊຸມຄັ້ງທີ 5 ຂອງ ສປຊ ກ່ຽວກັບບັນດາປະເທດດ້ອຍພັດທະນາ (LDC), ເຊິ່ງດຳເນີນຢູ່ນະຄອນຫຼວງ Doha, ປະເທດ ກາຕາ ລະຫວ່າງວັນທີ 5 -  9 ມີນາ, ທ່ານ Achim Steiner ໃຫ້ຮູ້ວ່າ ໃນຈຳນວນ 52 ປະເທດທີ່ປະສົບບັນຫາໜີ້ສິນພວມຕ້ອງຈັດແບ່ງປະມານ 20% ລາຍຮັບສາທາລະນະ ເພື່ອຈ່າຍໃຫ້ບ້ວງໜີ້ສິນຕ່າງໆ.

        ອາທິດແລ້ວນີ້, UNDP ໄດ້ປະກາດບົດລາຍງານ, ໃນນັ້ນໄດ້ຮຽກຮ້ອງບັນດາປະເທດທີ່ເປັນເຈົ້າໜີ້ ຫັກລົບ 30% ໜີ້ຕ່າງປະເທດທີ່ກູ້ຢືມຂອງປີ 2021 ໃຫ້ແກ່ 52 ພື້ນຖານເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກ. ໃນນັ້ນ ມີ ຢູແກຼນ.

ຕອບກັບ