ສ​ປ​ຊ ຮຽກ​ຮ້ອງ​​ໃຫ້​ການ​ຊ່ວຍ​ເຫຼືອ​ເງິນ 2,8 ຕື້ USD ແກ່ເຂດ ກາ​ຊາ ແລະ ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

Chia sẻ
(VOVWORLD) -  ວັນທີ 16 ເມສາ, ສປຊ ຮຽກຮ້ອງປະຊາຄົມສາກົນ ໃຫ້ການຊ່ວຍເຫຼືອເງິນ 2,8 ຕື້ USD ໃນປີ 2024 ນີ້ ເພື່ອຊ່ວຍເຫຼືອປະຊາຊົນເຂດ ກາຊາ ທີ່ຖືກສົງຄາມທຳລາຍ, ກໍຄື ຊາວ ປາແລັດສະຕິນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກຢືດຄອງ.
ສ​ປ​ຊ ຮຽກ​ຮ້ອງ​​ໃຫ້​ການ​ຊ່ວຍ​ເຫຼືອ​ເງິນ 2,8 ຕື້ USD ແກ່ເຂດ ກາ​ຊາ ແລະ ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ປະຊາຊົນ ກາຊາ ຮັບເຄື່ອງຊ່ວຍເຫຼືອມະນຸດສະທຳ (ພາບ:UN NEWS)

ຕາມທ່ານ Andrea De Domenico, ຫົວໜ້າຫ້ອງການປະສານງານກ່ຽວກັບບັນຫາມະນຸດສະທຳຂອງ ສປຊ ຢູ່ບັນດາເຂດດິນແດນ ປາແລັດສະຕິນ ແລ້ວ, ບ້ວງເງິນເພີ່ມເຕີມນີ້ ແມ່ນເພື່ອແກ້ໄຂບັນດາຄວາມຕ້ອງການມະນຸດສະທຳຮອດທ້າຍປີນີ້ຂອງປະຊາຊົນປະມານ 3 ລ້ານຄົນ ທີ່ພວມດຳລົງຊີວິດຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດ ກາຊາ, ໃນນັ້ນ ມີ 90% ງົບປະມານໃຫ້ແກ່ເຂດ ກາຊາ. ສປຊ ກ່າວເຕືອນວ່າ ປະຊາຊົນນັບໝື່ນຄົນຢູ່ເຂດ ກາຊາ ພວມປະເຊີນໜ້າກັບໄພອຶດຫິວ, ພິເສດແມ່ນຢູ່ພາກເໜືອດິນແດນນີ້, ເຊິ່ງເປັນບ່ອນແຈກຢາຍທັນຍາຫານ ແລະ ການອຸປະຖຳຖືກຈຳກັດ. ຕາມທ່ານແລ້ວ, ເລື່ອງຂົນສົ່ງເຄື່ອງຊ່ວຍເຫຼືອຢູ່ໃຈກາງເຂດ ກາຊາ ຍັງຖືກຊັກຊ້າຫຼາຍພໍສົມຄວນ ຍ້ອນການກວດກາຄວາມປອດໄພ ແລະ ໃນນັ້ນ, 41% ຈຳນວນຂໍ້ສະເໜີຂົນສົ່ງເຄື່ອງຊ່ວຍເຫຼືອຂອງ ສປຊ ໃນອາທິດໜ້າຢູ່ເຂດພາກເໜືອ ກາຊາ ຖືກປະຕິເສດ.

ຕອບກັບ