ສ​ປ​ຊ ຮຽກ​ຮ້ອງ​ຊຸກ​ຍູ້​ການ​ຟື້ນ​ຟູ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຜ່ານ​ການ​ລົງ​ທຶນ​ເຂົ້າ​ວຽກ​ເຮັດ​ງານ​ທຳ ແລະ ການ​ອຸ​ປະ​ຖຳ​ສັງ​ຄົມ

Chia sẻ
(VOVWORLD) -ກ່າວຄຳເຫັນທີ່ເຫດການຂັ້ນສູງກ່ຽວກັບ ວຽກເຮັດງານທຳ ແລະ ການອຸປະຖຳສັງຄົມ ເພື່ອລົບລ້າງຄວາມທຸກຍາກ, ທ່ານເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງ ການໃຫ້ຄຳໝັ້ນສັນຍາຄືນໃໝ່ ສັງຄົມຄວນແມ່ນໃຈກາງຂອງການຟື້ນຟູ.
ສ​ປ​ຊ ຮຽກ​ຮ້ອງ​ຊຸກ​ຍູ້​ການ​ຟື້ນ​ຟູ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຜ່ານ​ການ​ລົງ​ທຶນ​ເຂົ້າ​ວຽກ​ເຮັດ​ງານ​ທຳ ແລະ ການ​ອຸ​ປະ​ຖຳ​ສັງ​ຄົມ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ວັນທີ 28 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດ ໃນໂລກ ມານະພະຍາຍາມຊຸກຍູ້ການຟື້ນຟູຢ່າງສະໜ່ຳສະເໝີພາຍຫຼັງໂລກລະບາດໂຄວິດ - 19 ຜ່ານການຍູ້ແຮງການລົງທຶນ ເຂົ້າໃນການແກ້ໄຂບັນຫາວຽກເຮັດງານທຳຢ່າງສົມເຫດສົມຜົນ, ການອຸປະຖຳສັງຄົມ ແລະ ການຫັນປ່ຽນໄປຍັງເປົ້າໝາຍນຳການປ່ອຍອາຍພິດລົງລະດັບ 0. ການແກ້ໄຂບັນຫາວຽກເຮັດງານທຳຢ່າງສົມເຫດສົມຜົນແມ່ນບັນດາຄວາມມຸ່ງມາດປາດຖະໜາຂອງ ປະຊາຊົນໃນການດຳລົງຊີວິດ, ການເຮັດວຽກຂອງເຂົາເຈົ້າ, ໃນນັ້ນມີໂອກາດມີວຽກເຮັດງານທຳເປັນປົກກະຕິ ດ້ວຍລາຍຮັບທີ່ສົມຄວນ, ມີຄວາມປອດໄພຢູ່ບ່ອນເຮັດວຽກ, ມີສະຫວັດດີການສັງຄົມ ໃຫ້ແກ່ຄອບຄົວ, ມີແງ່ຫວັງທີ່ສົດໄສເພື່ອພັດທະນາຕົນເອງ ແລະ ເຊື່ອມຕົວເຂົ້າກັບສັງຄົມ.

ກ່າວຄຳເຫັນທີ່ເຫດການຂັ້ນສູງກ່ຽວກັບ ວຽກເຮັດງານທຳ ແລະ ການອຸປະຖຳສັງຄົມ ເພື່ອລົບລ້າງຄວາມທຸກຍາກ, ທ່ານເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງ ການໃຫ້ຄຳໝັ້ນສັນຍາຄືນໃໝ່ ສັງຄົມຄວນແມ່ນໃຈກາງຂອງການຟື້ນຟູ. ທ່ານ  Antonio Guterres ຖືວ່າ ເພື່ອທຳລາຍວົງຈອນ ວິກິດການ, ໂລກຄວນລົງທຶນຢ່າງມີຍຸດທະສາດ ເພື່ອແນໃສ່ສ້າງບັນດາວຽກງານທີ່ສົມເຫດສົມຜົນ. ວິວັດການຫັນປ່ຽນໄປຍັງການນຳໃຊ້ພະລັງງານແບບຍືນຍົງມີຄວາມສາມາດບົ່ມຊ້ອນໃນການສ້າງວຽກເຮັດງານທຳ, ຫຼຸດຜ່ອນຄວາມບໍ່ສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມຸ່ງໄປເຖິງຄວາມຍຸຕິທຳສັງຄົມ.

ຕອບກັບ