ສປຊ ຮັງຮອງເອົາມະຕິ ສະບັບໃໝ່ກ່ຽວກັບຊີຣີ

Chia sẻ
(vovworld) – ວັນ​ທີ 14/7, ພາຍຫຼັງ​ວາລະ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ ທີ່​ສຳນັກງານ​​ໃຫ່ຍ​ຂອງ ສປຊ ຢູ່​ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ສະພາ​ຄວາມໝັ້ນຄົງ ສປຊ-ອົງການ​ມິ​ສິດ​ອຳນາດ​ສູງ​ສຸດ​ຂອງ ສປຊ ​ໄດ້​ປ່ອນບັດ ຮັບຮອງ​ເອົາ​ມະຕິ 2165....

ສປຊ ຮັງຮອງເອົາມະຕິ ສະບັບໃໝ່ກ່ຽວກັບຊີຣີ - ảnh 1

(ພາບ: AFP)

(vovworld) – ວັນ​ທີ 14/7, ພາຍຫຼັງ​ວາລະ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ ທີ່​ສຳນັກງານ​​ໃຫ່ຍ​ຂອງ ສປຊ ຢູ່​ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ສະພາ​ຄວາມໝັ້ນຄົງ ສປຊ-ອົງການ​ມິ​ສິດ​ອຳນາດ​ສູງ​ສຸດ​ຂອງ ສປຊ ​ໄດ້​ປ່ອນບັດ ຮັບຮອງ​ເອົາ​ມະຕິ 2165, ​ເປີດຊອງ​ທາງ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ຂອງ ສປຊ ​ແລະ ບັນດາ​ອົງການ​ຈັດຕັ້ງສາກົນພ້ອມ​ກັບ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກການ​ປະ​ທະ​ກັນ​ອັນ​ນອງ​ເລືອດ​ທີ່​ແກ່ຍາວ​ເປັນ​ເວລາ 3 ປີຜ່ານມາ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ມະຕິ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກປະ​ເທດກຳມະການສະພາ​ຄວາມໝັ້ນຄົງ ສປຊ ​ທັງ​ໝົດ 15 ປະ​ເທດ, ນັບ​ທັງ​ລັດ​ເຊຍ ​ແລະ ຈີນ ຊື່​ງ​ແມ່ນ​ສອງ​ປະ​ເທດ​ກຳມະການ​ປະຈຳທີ່​ເຄີຍ​ໃຊ້​ສິດ​ຢັບຢັ້ງຮ່າງ​ມະຕິ​ 4 ສະບັບກ່ອນ​ນັ້ນ​ໂດຍ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍື່ນ​ສະ​ເໜີ​ທີ່​ກ່ຽວຂ້ອງ​ເຖິງ​ຊີຣີ. ມະຕິ 2165 ຮຽກຮ້ອງ​ທຸກໆ​ຝ່າຍ​ເຂົ້າຮ່ວມ​ການ​ສູ້​ຮົບ​ຢູ່​ຊີຣີ ຕ້ອງ​ສ້າງທຸກ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ, ຮັບປະກັນ​ຄວາມ​ປອດ​ໄພ, ບໍ່​ໄດ້​ກີດຂວາງ​ຫຼື​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຂະ​ບວນລົດ​ກໍ່​ຄື​ຍານພາຫະນະ​ອື່ນໆ​ທີ່​ບັນທຸກ​ສິນຄ້າ​ກູ້​ຊ່ວຍ​ມະນຸດສະທຳ​ໄປ​ຍັງ​ຊີຣີ ຖືກ​ຊັກ​ຊ້າ./.

ຕອບກັບ