ສປຊ ວິຕົກວັງວົນກ່ຽວກັບການໜູນຊ່ວຍມະນຸດສະທຳຈະຖືກຕັດຕອນ ເມື່ອ ນີເຊ ເນລະເທດ ຜູ້ປະສານງານ

Chia sẻ
(VOVWORLD) - ທ່ານ Dujarric ໃຫ້ຮູ້ວ່າ: ຄຳຕັດສິນນີ້ໄດ້ກີດຂວາງ ສປຊ ປະຕິບັດວຽກງານທີ່ຈຳເປັນໃຫ້ແກ່ປະຊາຊົນ ນີເຊ 4,3 ລ້ານຄົນ, ໃນນັ້ນສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ ທີ່ພວມຕ້ອງການການໜູນຊ່ວຍມະນຸດສະທຳ
ສປຊ ວິຕົກວັງວົນກ່ຽວກັບການໜູນຊ່ວຍມະນຸດສະທຳຈະຖືກຕັດຕອນ ເມື່ອ ນີເຊ ເນລະເທດ ຜູ້ປະສານງານ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres

ວັນທີ 11 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມເສຍດາຍຕໍ່ຄຳຕັດສິນຂອງ ອຳນາດການປົກຄອງທະຫານ ນີເຊ ທີ່ໄດ້ເນລະເທດຜູ້ປະສານຂອງປະຈຳອົງການ ສປຊ. ທ່ານ Stephane Dujarric, ໂຄສົກຂອງເລຂາທິການໃຫຍ່ ສປຊ ໄດ້ຍົກອອກຖະແຫຼງການດັ່ງກ່າວ ພາຍຫຼັງທີ່ວັນທີ 10 ຕຸລາ ຜ່ານມາ, ອຳນາດການປົກຄອງທະຫານ ນີເຊ ໄດ້ຮຽກຮ້ອງໃຫ້ທ່ານນາງ Louise Aubin, ຜູ້ປະສານງານຂອງ ສປຊ ຕ້ອງອອກຈາກປະເທດນີ້ພາຍໃນເວລາ 72 ຊົ່ວໂມງ. ທ່ານ Dujarric ໃຫ້ຮູ້ວ່າ: ຄຳຕັດສິນນີ້ໄດ້ກີດຂວາງ ສປຊ ປະຕິບັດວຽກງານທີ່ຈຳເປັນໃຫ້ແກ່ປະຊາຊົນ ນີເຊ 4,3 ລ້ານຄົນ, ໃນນັ້ນສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ ທີ່ພວມຕ້ອງການການໜູນຊ່ວຍມະນຸດສະທຳ. ທ່ານ Dujarric ກໍ່ເນັ້ນໜັກວ່າ:ຄຳຮຽກຮ້ອງດັ່ງກ່າວຂອງ ອຳນາດການປົກຄອງທະຫານ ນີເຊ ໄປຝືນກັບຂອບເຂດນິຕິກຳ ນຳໃຊ້ສຳລັບ ສປຊ, ເຊິ່ງລວມມີພັນທະໜ້າທີ່ຕາມກົດບັດ ສປຊ ກໍ່ຄືບັນດາສິດພິເສດ ແລະ ສິດຍຸບເລິກສຳລັບອົງການນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ Guterres ຍັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາອັນໜັກແໜ້ນຂອງ ສປຊ ແມ່ນຮັກສາການມີໜ້າ ແລະ ໜູນຊ່ວຍປະຊາຊົນ ນີເຊ ຜ່ານບັນດາການເຄື່ອນໄຫວມະນຸດສະທຳ ແລະ ໜູນຊ່ວຍການພັດທະນາ.

ຕອບກັບ