ສປຊ ຕີລາຄາສູງ ບົດບາດເປັນສະມາຊິກ ຕັ້ງໜ້າ ແລະ ເປັນເຈົ້າການຂອງ ຫວຽດນາມ

Chia sẻ
(vovworld) – ​ການ​ນຳ​ສະຫະ​ປະຊາ​ຊາດ (ສປຊ) ​ແລະ ບັນດາປະ​ເທດ​ສະມາຊິກ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຕີ​ລາຄາວ່າ: ຫວຽດນາມ ສືບ​ຕໍ່​ແມ່ນ​ສະມາຊິກ​ເປັນ​ເຈົ້າ​ການ...
ສປຊ ຕີລາຄາສູງ ບົດບາດເປັນສະມາຊິກ ຕັ້ງໜ້າ ແລະ ເປັນເຈົ້າການຂອງ ຫວຽດນາມ - ảnh 1
ທ່ານປະທານປະເທດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ສປຊ ເມື່ອເດືອນ 7/2013

(vovworld) – ​ການ​ນຳ​ສະຫະ​ປະຊາ​ຊາດ (ສປຊ) ​ແລະ ບັນດາປະ​ເທດ​ສະມາຊິກ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຕີ​ລາຄາວ່າ: ຫວຽດນາມ ສືບ​ຕໍ່​ແມ່ນ​ສະມາຊິກ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ມີ​ການ​ປະກອບສ່ວນ​ແທ້​ຈິງ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ​ຄັ້ງ​ທີ 67 ສະມັດຊາ​ໃຫຍ່​ ສປຊ ​ຜ່ານ​ມາ ​ແລະ ມີ​ບັນດາ​ຂໍ້​ສະ​ເໜີ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ສ້າງ​ລາຍການ​ໃຫ້​ກອງ​ປະຊຸມຊຸດ​​ໃໝ່. ​ເມື່ອ​ຕອບ​ສຳພາດຕໍ່​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ກອງ​ປະຊຸມ​ຄັ້ງ​ທີ 67 ສະມັດຊາ​ໃຫຍ່​ ສປຊ ​ແລະ ກະກຽມ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 68 ສະມັດຊາ​ໃຫຍ່​ ສປຊ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ​ ສປຊ​ ​ໃຫ້​ຮູ້​ວ່າ: ມີ​​ຂໍ້​ລິ​​ເລີ່​ມຂ​ອງ ຫວຽດນາມ ຫຼາຍຂໍ້, ​ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່​ມ “ສປຊ ໜຶ່ງດຽວ”, ​ເພື່ອ​​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ນີ້​ຢູ່​ທຸກໆ​ປະ​ເທດ​ສະມາຊິກ​, ພວມ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່​ຫຼາຍ​​ແຫ່ງ, ​ແລະ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​​ແຜ່​ຂະຫຍາຍ​ຢ່າງ​ກ້ວາງ​ຂວາງ, ຫຼື​ບັນດາ​ຂໍ້​ສະ​ເໜີຂອງ ຫວຽດນາມ ທີ່ກ່ຽວຂ້ອງ​ເຖິງ​ແຜນການ​ປະຕິ​ຮູບ ສປຊ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກຫຼາຍ​ປະ​ເທດ​ສະມາຊິກ​​ຍ້ອນ​ມີລັກ​ສະ​ນະ​ເປັນ​ໄປ​ໄດ້​ສູງ. ທ່ານ​ໃຫ້​ຮູ້​ວ່າ: ບັນດາ​ການ​ນຳ ສປຊ ຫວັງ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ສະມາຊິກ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ອົງການ​ນີ້, ດ້ວຍ​ບັນດາ​ການ​ປະກອບ​ສ່ວນທີ່​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກສາ, ປັບປຸງ​ສັນຕິພາບ, ຄວາມ​ໝັ້ນຄົງ​ສາກົນ, ຊຸກຍູ້​ວິວັດ​ການ​ພັດທະນາ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມຂອງ​ມະນຸດ.