ສປຊ ຈະ“ສວມບົດບາດ ທີ່ແຮງກ່ວາ“ ເພື່ອ ດັບສູນໂລກລະບາດ Ebola

Chia sẻ

ສປຊ ໃຫ້​ຄຳໝັ້ນສັນຍາ​ຈະ “ສວມ​ບົດບາດ​ທີ່​ແຮງກ່ວາ“ ​ໃນ​ຄວາມ​ມານະ​ພະຍາຍາມ​ດັບ​ສູນ​ໂລກລະບາດ Ebola


ສປຊ ຈະ“ສວມບົດບາດ ທີ່ແຮງກ່ວາ“ ເພື່ອ ດັບສູນໂລກລະບາດ Ebola - ảnh 1

 (ພາບ: VGP/Lê Sơn )

(vovworld) –​​​​ວັນ​ທີ 23/8, ສປຊ ​ໄດ້​ອອະ​ຖະ​ແຫຼ​ງການ​ໃຫ້​ຄຳໝັນສັນຍາ​ຈະ “ສວມ​ບົດບາດ​ຢ່າງ​ແຮງ​ກ່ວາ“ ​ໃນ​ການ​ຊ່ວຍ​ເຫຼືອ Liberia ​ແລະ ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ຕ້ານ​ຄືນ​ໂລກລະບາດ Ebola. ທ່ານ​ນາງ Karin Landgren ຜູ້ຕາງໜ້າ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ກ່ຽວ​ກັບ​ສະພາບ​ໂລກລະບາດ Ebola ຢູ່ Liberia ​ໃຫ້​ຮູ້​ວ່າ: ສະພາບ​ໂລກລະບາດ​ຢູ່​ປະ​ເທດ​ນີ້ ຮຽກຮ້ອງ​ຕ້ອງ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ລະຫວ່າງ ສປຊ ​ແລະ ອຳນາດ​ການ​ປົກຄອງ Liberia. ຕາມ​ນັ້ນ​ແລ້ວ, ສປຊ ​ໄດ້​ສົ່ງ​ທ່ານໝໍ​ຊາວ​ອັງກິດຜູ້ 1 ​ໄປ​ຍັງ​ອາ​ຟຼິກກາ​ຕາ​ເວັນ​ຕົກ​ໃນ​ວັນ​ທີ 21/8 ​ເພື່ອ​ກວດກາ​ສະພາບ​ການ ​ແລະ ຈັດຕັ້ງການ​ປະສານສົມທົບສະກັດ​ກັ້ນ​ໂລກລະບາດ Ebola ​ໃນທົ່ວ​ໂລກ.

  ​ໃນ​ວັນ​ດຽວ​ກັນ, ກະຊວງ​ສາທາລະນະ​ສຸກ​ອັງກິດ​ ປະກາດ​ວ່າ: ພົນລະ​ເມືອງ​ອັງກິດ​ຜູ້ 1 ດຳລົງ​ຊີວິດ​ຢູ່ Sierra Leone ​ແມ່ນ​ຜູ້​ທຳ​ອິດ​ຕິດ​ໄວຣັດ Ebola./.