ສັນ​ຍາ EVFTA ເປິດກວ້າງ​ການ​ສົ່ງ​ອອກ​ສິນ​ຄ້າຫວຽດ​ນາມເຂົ້າ​ຕະຫຼາດແດນ​ມາກ

Chia sẻ
(VOVWORLD) -ບັນດານັກຊ່ຽວຊານການຄ້າຖືວ່າ, ສັນຍາ EVFTA ໃນນັ້ນມີແດນມາກ, ເຂົ້າສູ່ປະຕິບັດຕົວຈິງຢ່າງເປັນທາງການແຕ່ເດືອນສິງຫາປີ 2021 ໄດ້ ແລະພວມນຳມາເຊິ່ງຜົນປະໂຫຍດອັນຕັ້ງໜ້າໃຫ້ແກ່ທັງສອງປະເທດ, ສືບຕໍ່ຊຸກຍູ້ການພົວພັນທາງດ້ານການຄ້າຫວຽດນາມ - ແດນມາກ.
ສັນ​ຍາ EVFTA ເປິດກວ້າງ​ການ​ສົ່ງ​ອອກ​ສິນ​ຄ້າຫວຽດ​ນາມເຂົ້າ​ຕະຫຼາດແດນ​ມາກ - ảnh 1ພາບປະກອບ: TTXVN

ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມຍາດແຍ່ງກາລະໂອກາດຍູ້ແຮງການສົ່ງອອກສິນຄ້າໄປຍັງຕະຫຼາດແດນມາກ, ພາຍຫຼັງສັນຍາການຄ້າເສລີ ຫວຽດນາມ  EU (EFVTA) ມີຜົນສັກສິດ, ສະຖານທູດຫວຽດນາມປະຈຳແດນມາກໄດ້ສົມທົບກັບຫ້ອງການການຄ້າຫວຽດນາມປະຈຳຊູແອັດ (ທັງຮັບຜິດຊອບແຟງລັງ, ແດນມາກ, ນອກແວ, ອຽກລັງແລະລາດເວີຍ)ໄດ້ພິມຈຳໜ່າຍປຶ້ມ ສາລະໜ້າຮູ້ກ່ຽວກັບຕະຫຼາດແດນມາກໃນປີ 2020 ແລະຖືກຫ້ອງການການຄ້າອັບເດດຈົນໝົດເດືອນມິຖຸນາປີ 2022

ບັນດານັກຊ່ຽວຊານການຄ້າຖືວ່າ, ສັນຍາ EVFTA ໃນນັ້ນມີແດນມາກ, ເຂົ້າສູ່ປະຕິບັດຕົວຈິງຢ່າງເປັນທາງການແຕ່ເດືອນສິງຫາປີ 2021 ໄດ້ ແລະພວມນຳມາເຊິ່ງຜົນປະໂຫຍດອັນຕັ້ງໜ້າໃຫ້ແກ່ທັງສອງປະເທດ, ສືບຕໍ່ຊຸກຍູ້ການພົວພັນທາງດ້ານການຄ້າຫວຽດນາມ - ແດນມາກ, ຊ່ວຍເປີດກວ້າງຕະຫຼາດສົ່ງອອກສິນຄ້າຫວຽດນາມກວ່າອີກ.

ຕອບກັບ