ວິ​ສາ​ຫະກິດ ​ແລະ ​ໂຮງໝໍຫວຽດນາມ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​​ຄັ້ງ​ທໍາ​ອິດ​ຢູ່ ອິນ​ເດຍ

Chia sẻ
(VOVWORLD) -ນີ້ແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມໂຄສະນາຜະລິດຕະພັນ, ການບໍລິການຂອງຕົນເຖິງລູກຄ້າ ອິນເດຍ ແລະ ປະເທດອື່ນໆໃນໂລກ,  ກໍຄືເພື່ອຊອກຫາແຫຼ່ງສິນຄ້າ ແລະ ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ.
ວິ​ສາ​ຫະກິດ ​ແລະ ​ໂຮງໝໍຫວຽດນາມ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​​ຄັ້ງ​ທໍາ​ອິດ​ຢູ່ ອິນ​ເດຍ - ảnh 1ຮ້ານວາງສະແດງສິນຄ້າຂອງຫວຽດນາມຢູ່ງານຕະຫຼາດນັດອອນລາຍ (ພາບ: TTXVN)

        ງານຕະຫຼາດນັດວາງສະແດງສິນຄ້າອອນລາຍກ່ຽວກັບຜະລິດຕະພັນດູແລສຸຂະພາບ ແລະ ອຸປະກອນການແພດ (Virtual Healthcare & Hygiene Expo 2020) ໂດຍສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກໍາ ອິນເດຍ (FICCI) ຈັດຕັ້ງ ໄດ້ດໍາເນີນໃນລະຫວ່າງວັນທີ 22 – 26 ມິຖຸນາ. ທູດການຄ້າ - ສະຖານທູດຫວຽດນາມ ປະຈໍາ ອິນເດຍ ໄດ້ຈັດຕັ້ງຮ້ານວາງສະແດງ ແລະ ໜູນຊ່ວຍໃຫ້ວິສາຫະກິດ ປະມານ 15 ແຫ່ງຂອງຫວຽດນາມ ເຂົ້າຮ່ວມການໂຄສະນາຜະລິດຕະພັນສິນຄ້າ, ການບໍລິການຢູ່ງານວາງສະແດງ. ນີ້ແມ່ນງານຕະຫຼາດນັດວາງສະແດງສິນຄ້າອອນລາຍຄັ້ງທໍາອິດ ໄດ້ຮັບການຈັດຕັ້ງຢູ່ ອິນເດຍ  ແລະ ກໍແມ່ນໜຶ່ງໃນບັນດາງານຕະຫຼາດນັດວາງສະແດງສິນຄ້າອອນລາຍທໍາອິດໃນໂລກ. ງານຕະຫຼາດນັດວາງສະແດງສິນຄ້າດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ, ໂຮງໝໍ, ບັນດາສູນດູແລສຸຂະພາບ 150 ແຫ່ງ ຂອງອິນເດຍ ແລະ 120 ປະເທດ ແລະ ເຂດແຄວ້ນ. ນີ້ກໍແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມໂຄສະນາຜະລິດຕະພັນ, ການບໍລິການຂອງຕົນເຖິງລູກຄ້າ ອິນເດຍ ແລະ ປະເທດອື່ນໆໃນໂລກ,  ກໍຄືເພື່ອຊອກຫາແຫຼ່ງສິນຄ້າ ແລະ ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ.


ຕອບກັບ