ວິ​ສາ​ຫະ​ກິດ ຫວຽດ​ນາມ ຊອກ​ຫາ​ມາດ​ຕະ​ການ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ແດງ

Chia sẻ
(VOVWORLD) - ວັນທີ 06 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລືມາດຕະການແກ້ໄຂໃຫ້ວິສາຫະກິດນຳເຂົ້າ - ສົ່ງອອກ ຫວຽດນາມ ໃນສະພາບການຄວາມເຄັ່ງຕຶງຢູ່ທະເລແດງສືບຕໍ່ແກ່ຍາວ, ສົ່ງຜົນກະທົບບໍ່ດີຕໍ່ການເຄື່ອນໄຫວການຄ້າຂອງ ຫວຽດນາມ.
ວິ​ສາ​ຫະ​ກິດ ຫວຽດ​ນາມ ຊອກ​ຫາ​ມາດ​ຕະ​ການ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ແດງ - ảnh 1ກອງປະຊຸມປຶກສາຫາລື ໄດ້ຈັດຂຶ້ນໃນ ວັນທີ 6 ກຸມພາ ຢູ່ ຮ່າໂນ້ຍ (ພາບ: VOV)

ຕາມຜູ້ຕາງໜ້າກົມນຳເຂົ້າ - ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລ້ວ, ພ້ອມກັບບັນຫາຄ່າໃຊ້ຈ່າຍເພີ່ມຂຶ້ນສູງ, ເລື່ອງບັນດາຖ້ຽວສິນຄ້າຂອງກ່ຳປັ່ນຕ່າງໆເຂົ້າທຽບທ່າຊ້າກວ່າແຕ່ 1 – 2  ອາທິດ ກໍເຮັດໃຫ້ລະບົບສະໜອງວັດຖຸດິບຂອງບັນດາບໍລິສັດຜະລິດຖືກປີ້ນຂວ້ຳປີ້ນຫງາຍ, ສິນຄ້າຮັບໃຊ້ການຜະລິດຖືກຕ່າວປີ້ນ, ສົ່ງຜົນກະທົບຕໍ່ຄຸນນະພາບຂອງຜະລິດຕະພັນກະເສດສົ່ງອອກຫຼາຍຊະນິດ. ນອກຈາກນັ້ນແລ້ວ, ຖ້າວ່າຄວາມເຄັ່ງຕຶງຍັງສືບຕໍ່ແກ່ຍາວ ກໍຈະເຮັດໃຫ້ຂາດຕູ້ຄອນແທນເນີຫວ່າງ ແລະ ຄ່າຈ້າງຕູ້ຄອນແທນເນີກໍຈະເພີ່ມຂຶ້ນ. ເພື່ອແນໃສ່ຮັບມືກັບຄວາມຫຍຸ້ງຍາກໃນປັດຈຸບັນ, ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າ, ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ສະເໜີວ່າ:

        “ສຳລັບສະຫະສະມາຄົມວິສາຫະກິດ logistics ແລະ ບັນດາເຈົ້າຂອງກ່ຳປັ່ນ, ເຈົ້າຂອງສິນຄ້າກໍຄືບັນດາສະຫະສະມາຄົມໃນຂົງເຂດ logistics, ພວກຂ້າພະເຈົ້າກໍສະເໜີໃຫ້ສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ສົມທົບກັບບັນດາວິສາຫະກິດ, ບໍລິສັດກ່ຳປັ່ນ ກໍຄືບັນດາອົງການຄຸ້ມຄອງລັດ ເພື່ອຊ່ວຍວິສາຫະກິດນຳເຂົ້າ - ສົ່ງອອກ ມີຄວາມສະດວກທີ່ສຸດໃນການຮັບປະກັນການເຄື່ອນໄຫວນຳເຂົ້າ - ສົ່ງອອກການຄ້າສາກົນ”.

      


ຕອບກັບ