ວິສາຫະກິດ 300 ແຫ່ງ ຈະເຂົ້າຮ່ວມລາຍການພົບປະແລກປ່ຽນວັດທະນະທໍາ - ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5 ຢູ່ ນະຄອນ ເກີນເທີ ຂອງຫວຽດນາມ

Chia sẻ
(VOVWORLD) -ລາຍການພົບປະແລກປ່ຽນ ວັດທະນະທໍາ - ການຄ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5 ຈະດໍາເນີນໃນນະຄອນ ເກີນເທີໃນເດືອນ ພະຈິກ 2019 ຈະມາເຖິງ.
ວິສາຫະກິດ 300 ແຫ່ງ ຈະເຂົ້າຮ່ວມລາຍການພົບປະແລກປ່ຽນວັດທະນະທໍາ - ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5  ຢູ່ ນະຄອນ ເກີນເທີ ຂອງຫວຽດນາມ - ảnh 1 ທ່ານ ຫງວຽນເຟືອງລາມ, ຜູ້ອໍານວຍການຫ້ອງການ VCCI ເກີນເທີ 

 ຕອນບ່າຍວັນທີ 05 ສິງຫາ, ຢູ່ນະຄອນ Kobe, ແຂວງ Hyogo, ປະເທດ ຍີ່ປຸ່ນ, ຫ້ອງການການຄ້າ ແລະ ອຸດສາຫະກິດ ຫວຽດນາມ (VCCI) ແລະ ຜູ້ຕາງໜ້ານະຄອນເກີນເທີ ໄດ້ຈັດຕັ້ງກອງປະຊຸມຂ່າວ ແນະນໍາກ່ຽວກັບລາຍການພົບປະແລກປ່ຽນ ວັດທະນະທໍາ - ການຄ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5 ທີ່ຈະດໍາເນີນໃນນະຄອນ ເກີນເທີໃນເດືອນ ພະຈິກ 2019 ຈະມາເຖິງ.

        ຖະແຫຼງຂ່າວຕໍ່ວົງການວິສາຫະກິດ ຍີ່ປຸ່ນ, ທ່ານ ຫງວຽນເຟືອງລາມ, ຜູ້ອໍານວຍການຫ້ອງການ VCCI ເກີນເທີ ໃຫ້ຮູ້ວ່າ: ໃນທ່າອ່ຽງຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນໃນປັດຈຸບັນ, ການພົວພັນແລກປ່ຽນວັດທະນະທໍາ ແມ່ນຂົວເຊື່ອມຕໍ່່ສໍາຄັນໃນຫຼາຍຂົງເຂດ, ບໍ່ພຽງແຕ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບເທົ່ານັ້ນ ຫາກຍັງປະກອບສ່ວນດຶງດູດນັກລົງທຶນ, ໂຄສະນາພາບພົດຫວຽດນາມ ກັບ ເພື່ອນມິດສາກົນ, ທ່ານກ່າວວ່າ:

        “ຈຸດໃໝ່ຂອງງານພົບປະແລກປ່ຽນວັດທະນະທໍາ - ການຄ້າ ຫວຽດນາມ - ຍີ່ປຸ່ນ ປີນີ້ ຈະມີຖ້ຽວບິນໂດຍກົງ ແຕ່ ໂຕກຽວ ຫາ ເກີນເທີ ແລະ ເຫດການດັ່ງກ່າວ ຈະດໍາເນີນໃນຊ່ວງເວລາ 4 ວັນ. ພ້ອມທັງຈະຈັດເວທີປາໄສດໍາເນີນທຸລະກິດ ຍີ່ປຸ່ນ - ຫວຽດນາມ ດຶງດູດນັກລົງທຶນຍີ່ປຸ່ນຫຼາຍທີ່ສຸດ ໂດຍບໍ່ເຄີຍມີມາກ່ອນ. ພ້ອມກັນນັ້ນ ແມ່ນບັນດາລາຍການສະແດງສິລະປະວັດທະນະທໍາ, ແຂ່ງຂັນກິລາ, ວາງສະແດງອາຫານການກິນທີ່ອຸດົມສົມບູນ”.


 

ຕອບກັບ