ວັນ​ຫໍພິພິທະ​ພັນ​ສາກົນ 18/05: ມຸ່ງ​​ໄປ​ສູ່​ການ​ສ້າງ​ຫໍພິພິທະ​ພັນ​ອອນ​ລາຍ

Chia sẻ
(VOVWORLD) - ວັນຫໍພິພິທະພັນແຫ່ງຊາດ 18 ພຶດສະພາ ດ້ວຍຫົວຂໍ້ “ຫໍພິພິທະພັນເພື່ອຄວາມສະເໝີພາບ: ຄວາມມີຫຼາຍຮູບຫຼາຍແບບ ແລະ ການເຊື່ອມໂຍງ” ຖືກຈັດຂຶ້ນ ເພື່ອແນໃສ່ເຊີດຊູຄວາມເປັນຫຼາຍຮູບຫຼາຍແບບຂອງຫໍພິພິທະພັນ ພ້ອມກັບພະນັກງານວິຊາການທີ່ເຮັດວຽກຢູ່ຫໍພິພິທະພັນ.
ວັນ​ຫໍພິພິທະ​ພັນ​ສາກົນ 18/05: ມຸ່ງ​​ໄປ​ສູ່​ການ​ສ້າງ​ຫໍພິພິທະ​ພັນ​ອອນ​ລາຍ - ảnh 1ຫໍພິພິທະພັນດັກລັກ  (ພາບປະກອບ: baogiala.com.vn)

        ດ້ວຍຫົວຂໍ້ດັ່ງກ່າວ, ສະຫະສະມາຄົມຫໍພິພິທະພັນສາກົນ ປາດຖະໜາວ່າບັນດາຫໍພິພິທະພັນຊຸກຍູ້ການແລກປ່ຽນວັດທະນະທໍາ ເໝືອນດັ່ງທາດເລັ່ງແກ່ການສ້າງສັນຕິພາບລະຫວ່າງບັນດາປະເທດ ແລະ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ. ສະມາຄົມຫໍພິພິທະພັນສາກົນ ກໍໄດ້ແນະນໍາໃຫ້ຫໍພິພິທະພັນແຫ່ງຕ່າງໆສ້າງແບບວິທີແນະນໍາໃຫ້ເປັນຫຼາຍຮູບຫຼາຍແບບ, ການເກັບຮັກສາສະສົມວັດຖຸພັນຜ່ານທາງອອນລາຍ... ທ່ານປະລິນຍາເອກ ຫງວຽນວັນດວ່ານ, ຜູ້ອໍານວຍການຫໍພິພິທະພັນປະຫວັດສາດແຫ່ງຊາດຫວຽດນາມ, ໃຫ້ຮູ້ວ່າ:

        “ປັດຈຸບັນ, ໃນເວັບໄຊຂອງຫໍພິພິທະພັນມີຜູ້ຕິດຕາມ,ເຂົ້າຊົມລາຍການເໝືອນຈິງ ປະມານ 9 ລ້ານຄົນ. ການຢ້ຽມຊົມຫໍພິພິທະພັນຜ່ານເຕັກໂນໂລຢີທາງອອນລາຍ ແມ່ນທ່າອ່່ຽງໜຶ່ງທີ່ຕ້ອງເປັນໄປ. ນີ້ກໍແມ່ນການກໍາລັງຊຸກຍູ້ເພື່ອໃຫ້ຫໍພິພິທະພັນປະຫວັດສາດແຫ່ງຊາດປະຕິບັດທິດທາງມຸ່ງໄປສູ່ຫໍພິພິທະພັນອອນລາຍໄດ້ດີກວ່າ”.

ຕອບກັບ