ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn) |
ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ. ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ.