ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນ​ວັດ​ທະ​ນະ​ທຳ ເພື່ອ​ສັນ​ຕິ​ພາບ

Chia sẻ
(VOVWORLD) - ໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ວັນບຸນວັດທະນະທຳ ເພື່ອສັນຕິພາບ ເພື່ອແນໃສ່ແຜ່ລາມສານກ່ຽວກັບຄຸນຄ່າທາງດ້ານວັດທະນະທຳ, ສັນຕິພາບ ແລະ ຫົວຄິດປະດິດສ້າງຂອງຊາວ ທັງລອງ - ຮ່າໂນ້ຍ ຜ່ານບັນດາຍຸກສະໄໝ… 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນ​ວັດ​ທະ​ນະ​ທຳ ເພື່ອ​ສັນ​ຕິ​ພາບ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນວັດທະນະທຳ ເພື່ອສັນຕິພາບ (ພາບ: VGP)

ຕອນເຊົ້າວັນທີ 6 ຕຸລາ, ຢູ່ໜອງຮ່ວານກຽມ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນວັດທະນະທຳເພື່ອສັນຕິພາບ. ນີ້ແມ່ນເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024) ແລະ 25 ປີແຫ່ງວັນຮ້າໂນ້ຍ ໂດຍ UNESCO ມອບລາງວັນ “ນະຄອນເພື່ອສັນຕິພາບ” (16/7/1997 – 16/7/2024).

ໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ວັນບຸນວັດທະນະທຳ ເພື່ອສັນຕິພາບ ເພື່ອແນໃສ່ແຜ່ລາມສານກ່ຽວກັບຄຸນຄ່າທາງດ້ານວັດທະນະທຳ, ສັນຕິພາບ ແລະ ຫົວຄິດປະດິດສ້າງຂອງຊາວ ທັງລອງ - ຮ່າໂນ້ຍ ຜ່ານບັນດາຍຸກສະໄໝ… ວັນບຸນກໍ່ແມ່ນໂອກາດເພື່ອເຊີດຊູພືື້ນຖານອະລິຍາທຳ, ສີສັນວັດທະນະທຳ ເພື່ອສັນຕິພາບຂອງນະຄອນຫຼວງ ຮ່າໂນ້ຍ, ເຂດດິນແດນແຫ່ງສັກກະລຸບູຊາ ກຳເນີດຜູ້ມີຄວາມເກັ່ງກ້າສາມາດ, ບ່ອນເຕົ້າໂຮມຈິດໃຈສະຫງ່າຜ່າເຜີຍຂອງທັງລອງວິນຍານຂອງເຂດພູຜາປ່າໄມ້ ແລະ ແມ່ນຳ, ສະຖານທີ່ພັດທະນາພູມປັນຍາ ຫວຽດນາມ ແລະ ກຽດສັກສິດຂອງມວນມະນຸດ.

ຕອບກັບ