ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມອບ​ເງິນ​ຂອງວິ​ສາ​ຫະ​ກິດ ສະ​ໜັບ​ສະ​ໜູນ​ພະ​ນັກ​ງານ​ການ​ແພດ​ຕ້ານ​ໂລກ​ລະ​ບາດ​ໂຄວິດ -19

Chia sẻ
(VOVWORLD) -ຕອນເຊົ້າວັນທີ 27 ມີນາ, ຜູ້ຕາງໜ້າວິທະຍຸກະຈາຍສຽງຫວຽດນາມ ໄດ້ໄປ ມອບຂອງຂວັນທີ່ມີມູນຄ່າ 500 ລ້ານດົ່ງ ຂອງວິສາຫະກິດ ສະໜັບສະໜູນພະນັກງານການແພດຕ້ານໂລກລະບາດໂຄວິດ -19 ຢູ່ໂຮງໝໍເຂດຮ້ອນສູນກາງ.
ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມອບ​ເງິນ​ຂອງວິ​ສາ​ຫະ​ກິດ ສະ​ໜັບ​ສະ​ໜູນ​ພະ​ນັກ​ງານ​ການ​ແພດ​ຕ້ານ​ໂລກ​ລະ​ບາດ​ໂຄວິດ -19 - ảnh 1

    ນີ້ແມ່ນຈຳນວນເງິນ ໂດຍບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາບ໋າວງວຽນ ມອບຜ່ານວິທະຍຸກະຈາຍ ສຽງຫວຽດນາມ ໄປໃຫ້ພະນັກງານການແພດຂອງ ໂຮງໝໍເຂດຮ້ອນສູນກາງ ຮາກຖານ 2 ຢູ່ກີມຈຸງ, ດົງແອັງ, ຮ່າໂນ້ຍ.

 ທ່ານ ດຣ ເລວັນຢຸ້ງ ຮອງຜູ້ອຳນວຍການຮັບຜິດຊອບເສດຖະກິດຂອງໂຮງໝໍດັ່ງກ່າວ ໄດ້ກ່າວຜ່ານວິທະຍຸກະຈາຍສຽງຫວຽດນາມ ສະແດງຄວາມຂອບໃຈນຳຂອງຂວັນຂອງບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາບ໋າວງວຽນ. ທ່ານເວົ້າວ່າ:

   ທົ່ວສັງຄົມພວມມີຄວາມເອົາໃຈໃສ່ ແລະ ແບ່ງປັນທັງດ້ານຈິດໃຈ ແລະ ວັດຖຸ ໃຫ້ແກ່ພະນັກງານ, ພາລະກອນໃນໂຮງໝໍ, ຖັນແຖວແພດໝໍ ກໍ່ມີຄວາມເຊື່ອໝັ້ນຕໍ່ຕົນເອງກ່ວາ ແລະ ເຫັນວ່າ ຢູ່ເບື້ອງຫຼັງ, ທຸກຄົນກໍ່ພວມໃຫ້ການສະໜັບສະໜູນ, ປະກອບສ່ວນນຳກັນ ເພື່ອປະຕິບັດບັ້ນຕ້ານໂລກລະບາດໂຄວິດ-19 ນີ້.

ຕອບກັບ