ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່​ ຊຸ​ດັງ​ ອາດ​ຈະ​ຮ້າຍ​ແຮງ​ກ່​ວາ

Chia sẻ
(VOVWORLD) - ການປະທະກັນອາດຈະພາໄປເຖິງເກີດກະແສຟອງຊາວອົບພະຍົບ, ການແຜ່ຂະຫຍາຍໂລກລະບາດ ແລະ ສະພາບຂາດການຄ້ຳປະກັນສະບຽງອາຫານ.
ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່​ ຊຸ​ດັງ​ ອາດ​ຈະ​ຮ້າຍ​ແຮງ​ກ່​ວາ - ảnh 1

(ພາບ: AFP/ TTXVN)

     ວັນທີ 12 ເມສາ, ສປຊ ໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳ ຍ້ອນການປະທະກັນຢູ່ ຊູດັງ ອາດຈະຮ້າຍແຮງກ່ວາອີກ ໃນຊຸມເດືອນຈະມາເຖິງ ເຮັດໃຫ້ບາງເຂດຢູ່ປະເທດ ອາຟຼິກການີ້ ຕ້ອງປະເຊີນໜ້າກັບໄພອຶດຫິວ.

   ຖະແຫຼງການຂອງບັນດາອົງການ ສປຊ ໃຫ້ຮູ້ວ່າ: ສະພາບສຸກເສີນຢູ່ ຊູດັງ ອາດຈະແຜ່ລະບາດໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ ຖ້າຫາກວ່າ ການປະທະກັນຍັງເກີດຂຶ້ນ. ໃນບົດກ່າວປາໄສຕໍ່ວົງການນັກຂ່າວຢູ່ ເຊີແນວ ປະເທດ ສະວິດ, ທ່ານ Christian Lindmeier ໂຄສົກອົງການອະນາໄມໂລກ (WHO) ໄດ້ເນັ້ນໜັກວ່າ ຖ້າການປະທະກັນບໍ່ຢຸດຕິລົງ ແລະ ການສຳຜັດກັບເຄື່ອງອຸປະຖຳມະນຸດສະທຳ ສືບຕໍ່ຖືກກີດຂວາງ, ວິກິດການຢູ່ ຊູດັງ ອາດຈະຮ້າຍແຮງຂຶ້ນຕື່ມ ແລະ ຈະສົ່ງຜົນສະທ້ອນຕໍ່ທົ່ວພາກພື້ນ. ການປະທະກັນອາດຈະພາໄປເຖິງເກີດກະແສຟອງຊາວອົບພະຍົບ, ການແຜ່ຂະຫຍາຍໂລກລະບາດ ແລະ ສະພາບຂາດການຄ້ຳປະກັນສະບຽງອາຫານ.

ຕອບກັບ