ລາວມອບຫຼຽນໄຊ, ຫຼຽນກາ ໃຫ້ແກ່ບັນດາສ່ວນບຸກຄົນ ແລະ ໝູ່ຄະນະແຂວງກວາງນາມ

Chia sẻ

ລາ​ວມອບ​ຫຼຽນ​ໄຊ, ຫຼຽນ​ກາ​ໃຫ້​ແກ່​ບັນດາ​ສ່ວນບຸກຄົນ ​ແລະ ໝູ່​ຄະນະ​ແຂວງ​ກວາງ​ນາມ

ລາວມອບຫຼຽນໄຊ, ຫຼຽນກາ ໃຫ້ແກ່ບັນດາສ່ວນບຸກຄົນ ແລະ ໝູ່ຄະນະແຂວງກວາງນາມ - ảnh 1
(ພາບປະກອບ)

(VOV)-   ​ໂດຍ​ໄດ້ຮັບ​ການ​ມອບໝາຍ​ຈາກ​ທ່ານ​ປະທານ​ປະ​ເທດ ສປປ​ລາວ, ຕອນ​ເຊົ້າວັນ​ທີ 26/12, ຄະນະ​ຜູ້​ແທນ​ແຂວງ​ເຊ​ກອງ ​ໄດ້​ຈັດ​ພິທີ​ມອບ 22 ຫຼຽນ​ໄຊ, ຫຼຽນ​ກາ​ຂອງ​ລັດ​ລາວ ​ໃຫ້​ແກ່ບັນດາ​ສ່ວນບຸກຄົນ ​ແລະ ໝູ່​ຄະນະ​ແຂວງ​ກວາງ​ນາມ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ພັດທະນາ​ການ​ພົວພັນ​ຫວຽດນາມ-​ລາວ. ນີ້​ແມ່ນ​ການ​ຢັ້ງຢືນການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງບັນດາ​ສ່ວນບຸກຄົນ ​ແລະ ໝູ່​ຄະນະ​ແຂວງ​ກວາງ​ນາມ ​ໃນ​ການ​ຊ່ວຍ​ເຫຼືອ, ຊຸກຍູ້​ການ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ລະຫວ່າງ​ແຂວງ​ເຊ​ກອງ ​ແລະ ກວາງ​ນາມ ​ເວົ້າສະ​ເພາະ ກໍ່​ຄື​ລະຫວ່າງ​ຫວຽດນາມ ​ແລະ ລາວ ​ເວົ້າລວມ. ກວາງ​ນາມ ​ໄດ້​ໜູນ​ຊ່ວຍ​ເຊ​ກອງ ພັດທະນາ​ເສດຖະກິດ, ມາ​ຮອດ​ປະຈຸ​ບັນ, ມີນັກຮຽນ​ລາວ ນັບ​ຮ້ອຍ​ຄົນ​ໄດ້ ​ແລະ ພວມ​ຮ່ຳຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ຢູ່​ກວາງ​ນາມ. ບັນດາ​ການ​ເຄື​່ອນ​ໄຫວດັ່ງກ່າວ​ໄດ້​ປະກອບສ່ວນຍົກ​ສູງນ້ຳ​ໃຈ​ສາມັກຄີ, ການ​ຮ່ວມ​ມືຮອບດ້ານ​ລະຫວ່າງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ສອງ​ແຂວງ​ກວາງ​ນາມ-​ເຊ​ກອງ ກໍ່​ຄື​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-​ລາວ ​ໃຫ້​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ກັນ​ກ່ວາ​ອີກ.