ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX

Chia sẻ
(VOVWORLD) - ບົດລາຍງານໝາກຜົນການບໍລິຫານເສດຖະກິດຂອງ ລັດຖະບານ ລາວ ໃນ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານພັດທະນາເສດຖະກິດ - ສັງຄົມ
ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX - ảnh 1ພິທີໄຂຈັດຂຶນໃນຕອນເຊົ້າວັນທີ 26 ມິຖຸນາ
(ພາບ:tapchilaoviet.org)

ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ. ເຂົ້າຮ່ວມພິທີໄຂ, ມີທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ລາວ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ແລະ ບັນດາການນຳພັກ, ລັດ ສປປລາວ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ: ບັນດາເນື້ອໃນຈຸດສຸມໄດ້ນຳມາພິຈາລະນາທີ່ກອງປະຊຸມລວມມີ: ບົດລາຍງານໝາກຜົນການບໍລິຫານເສດຖະກິດຂອງ ລັດຖະບານ ລາວ ໃນ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານພັດທະນາເສດຖະກິດ - ສັງຄົມ; ບົດລາຍງານແຜນການລົງທຶນພາກລັດ 2024; ບົດລາຍງານການເງິນ ງົບປະມານ 6 ເດືອນຕົ້ນປີ; ຮ່າງບົດລາຍງານຍຸດທະສາດການໜູນຊ່ວຍສັງຄົມ; ບົດລາຍງານກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແຫ່ງຊາດຮອດປີ 2030… ຄາດວ່າ, ສະພາແຫ່ງຊາດ ລາວ ຈະຮັບຮອງເອົາຮ່າງກົດໝາຍໃໝ່ຫຼາຍສະບັບ.

        ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ດຳເນີນແຕ່ວັນທີ 26 ມິຖຸນາ ຫາວັນທີ 18 ກໍລະກົດ ຈຶ່ງຈະອັດລົງ.

ຕອບກັບ