ລັດ​ເຊຍ ​ໄດ້​ກ່າວ​ເຕືອນ​ໄພ​ອັນ​ຕະ​ລ​າຍ​ກັບ​ຄ​ືນ​ສ​ູ່​ສະ​ພາບ​ສູ້ຢັນກັນ​ໃນ​ສ​ະ​ໄໝ​ສົງ​ຄາມ​ເຢັນ​ພາຍຫຼັງ​ ອາ​ເມ​ລິ​ກາ ​ຖອນ​ຕົ​ວ​ອອກ​ຈ​າກ INF

Chia sẻ
(VOVWORLD) -   ວັນທີ 19 ມິຖຸນາ, ທ່ານຮອງເລຂາສະພາປ້ອງກັນຄວາມສະຫງົບ ລັດເຊຍ Alexander Venediktov ໄດ້ກ່າວເຕືອນເລື່ອງ ອາເມລິກາ ຖອນຕົວອອກຈາກສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ອາດຈະນຳມາເຊິ່ງໄພອັນຕະລາຍກັບຄືນສູ່ສະພາບສູ້ຢັນກັນລະຫວ່າງບັນດາປະເທດມະຫາອຳນາດສະໄໝສົງຄາມເຢັນ.
ລັດ​ເຊຍ ​ໄດ້​ກ່າວ​ເຕືອນ​ໄພ​ອັນ​ຕະ​ລ​າຍ​ກັບ​ຄ​ືນ​ສ​ູ່​ສະ​ພາບ​ສູ້ຢັນກັນ​ໃນ​ສ​ະ​ໄໝ​ສົງ​ຄາມ​ເຢັນ​ພາຍຫຼັງ​ ອາ​ເມ​ລິ​ກາ ​ຖອນ​ຕົ​ວ​ອອກ​ຈ​າກ INF - ảnh 1ກອງປະຊຸມສະພາຕຳ ປະເທດ ລັດເຊຍ (ພາບ: AFP/TTXVN) 

ພ້ອມກັນນັ້ນຜູ້ຕາງໜ້າສະພາປ້ອງກັນຄວາມສະຫງົບກໍ່ໄດ້ຮຽກຮ້ອງ ອາເມລິກາ ດຳເນີນການເຈລະຈາເພື່ອແນໃສ່ຕໍ່ກຳນົດເວລາສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດລຸ້ນໃໝ່ (New START), ຄາດວ່າ ຈະໝົດຜົນສັກສິດໃນຕົ້ນປີ 2021.

ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາພາຍຫຼັງ ທີ່ ສະພາຕ່ຳ ລັດເຊຍ ໄດ້ໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຢຸດຕິການປະຕິບັດ INF ເປັນເວລາ 1 ວັນ. ກ່ອນໜ້ານັ້ນ, ອາເມລິກາ ໄດ້ຢຸດຕິບັນດາພັນທະຂອງຕົນໃນສົນທິສັນຍາ INF ຢ່າງເປັນທາງການນັບແຕ່ ວັນທີ 2 ກຸມພາ, ດ້ວຍຄຳກ່າວຫາວ່າ ລັດເຊຍໄດ້ລະເມີດສົນທິສັນຍາດັ່ງກ່າວ, ພ້ອມທັງເລີ່ມປະຕິບັດວິວັດທະນາການຖອນຕົວອອກຈາກ INF ເຊິ່ງຈະໄດ້ແກ່ຍາວເປັນເວລາ 6 ເດືອນ.

ຕອບກັບ