ລັດເຊຍ ແລະ ສະໂລວາກີ ເນລະເທດພາລະກອນການທູດຂອງກັນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 12 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຮຽກຕົວທ່ານ Darja Bavdaz Kuret, ເອກອັກຄະລັດຖະທູດ ສະໂລວາກີ ປະຈຳ ມົດສະກູ ເພື່ອສະແດງການຄັດຄ້ານຢ່າງແຮງສຳລັບການເນລະເທດພະລາກອນສະຖານທູດ ລັດເຊຍ ປະຈຳ ສະໂລວາກີ ຄົນໜຶ່ງໂດຍບໍ່ມີຫຼັກຖານ

ວັນທີ 12 ເມສາ, ກະຊວງການຕ່າງປະເທດລັດເຊຍ ໄດ້ປະກາດວ່າ ພາລະກອນການທູດຄົນໜຶ່ງຂອງ ສະໂລວາກີ ປະຈຳ ມົດສະກູ ແມ່ນ “ບຸກຄົນບໍ່ໄດ້ຮັບການຕ້ອນຮັບ”. ການກະທຳນີ້ແມ່ນເພື່ອແນໃສ່ໂຕ້ຕອບເລື່ອງ ສະໂລວາກີ ເນລະເທດນັກການທູດຄົນໜຶ່ງຂອງລັດເຊຍ.

      ແຈ້ງການໃຫ້ຮູ້ວ່າ, ຕອນເຊົ້າວັນທີ 12 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຮຽກຕົວທ່ານ Darja Bavdaz Kuret, ເອກອັກຄະລັດຖະທູດ ສະໂລວາກີ ປະຈຳ ມົດສະກູ ເພື່ອສະແດງການຄັດຄ້ານຢ່າງແຮງສຳລັບການເນລະເທດພະລາກອນສະຖານທູດ ລັດເຊຍ ປະຈຳ ສະໂລວາກີ ຄົນໜຶ່ງໂດຍບໍ່ມີຫຼັກຖານ. ແຈ້ງການເນັ້ນໜັກວ່າ: ລັດເຊຍ ພິຈາລະນາເລື່ອງ ສະໂລວາກີ ເນລະເທດ ພາລະກອນສະຖານທູດລັດເຊຍ ແມ່ນບາດກ້າວບໍ່ເປັນມິດ, ສົ່ງຜົນກະທົບບໍ່ດີເຖິງການພົວພັນລະຫວ່າງສອງປະເທດ, ພ້ອມທັງຢັ້ງຢືນວ່າ ສະໂລວາກີ ຕ້ອງຮັບຜິດຊອບກ່ຽວກັບຜົນຮ້າຍຢ້ອນຫຼັງຂອງຄຳຕັດສິນນີ້.

ຕອບກັບ