ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov (ຂວາ) ແລະ ທ່ານເລຂາທິການໃຫຍ່ OSCE Thomas Greminger. ພາບ: AFP/TTXVN |
ກ່າວຄຳເຫັນພາຍຫລັງກອງປະຊຸມຂອງລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກອົງການໝັ້ນຄົງ ແລະ ຮ່ວມມື ເອີຣົບ (OSCE) ຄັ້ງທີ 25 ພວມດຳເນີນຢູ່ Milan (ອີຕາລີ), ທ່ານລັດຖະມົນຕີ Sergei Lavrov ເນັ້ນໜັກວ່າ: ລັດເຊຍ ເຊື່ອໝັ້ນວ່າ ອາເມລິກາ ພວມມີເຈດຈຳນົງຍົກເລີກສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START-3) ດ້ວຍວິທີຄ່ອຍໆຖອນຕົວອອກຈາກ INF ເຊິ່ງໄດ້ລົງນາມໃນສະໄໝສົງຄາມເຢັນ.
ຕາມເຈົ້າໜ້າທີ່ການຕ່າງປະເທດ ລັດເຊຍ ແລ້ວ, ບັນດາຄູ່ຕຳແໜ່ງຂອງທ່ານ, ໃນນັ້ນ ມີທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ກໍ່ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ຖອນຕົວອອກຈາກ INF.