ລັດເຊຍ ຮຽກຮ້ອງ ອາເມລິກາ ເຮັດແຈ້ງ ນະໂຍບາຍຄວບຄຸມອາວຸດໃນອະນາຄົດ

Chia sẻ
(VOVWORLD) -ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ຖະແຫຼງວ່າ ອາເມລິກາຕ້ອງຍົກອອກບັນດາແຜນການກ່ຽວກັບການຄວບຄຸມອາວຸດ ພາຍຫຼັງ ທີ່ວໍຊິງຕັນ ຕັດສິນຖອນຕົວອອກຈາກ ສົນທິສັນຍາບັນດາກໍາລັງນິວເຄຼຍໄລຍະກາງ (INF).

ລັດເຊຍ ຮຽກຮ້ອງ ອາເມລິກາ ເຮັດແຈ້ງ ນະໂຍບາຍຄວບຄຸມອາວຸດໃນອະນາຄົດ - ảnh 1

ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ (ພາບ:  AFP/TTXVN) 

ວັນທີ 28 ຕຸລາ, ກ່າວຄໍາເຫັນໃນລາຍການ “ມົດສະກູ. Kremlin. Putin: ຂອງຊ່ອງໂທລະພາບ Rossiya 1, ທ່ານ Sergei Lavrov ຖືວ່າ ອາເມລິກາ ຄວນເຮັດແຈ້ງແຜນການຂອງຕົນໃນຂົງເຂດຄວບຄຸມອາວຸດ ພາຍຫຼັງຖອນຕົວອອກຈາກສົນທິສັນຍາ INF ກັບລັດເຊຍ. ຕາມ ທ່ານ Sergei Lavrov ແລ້ວ, ອາເມລິກາໄດ້ຍົກອອກຄໍາຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງການປະຕິບັດສົນທິສັນຍາ INF  ກັບ ກະຊວງການຕ່່າງປະເທດລັດເຊຍ ຜ່ານສະຖານທູດອາເມລິກາ ແລະ ກະຊວງປ້ອງກັນປະເທດ ກໍຄືບັນດາກະຊວງອື່ນຂອງລັດເຊຍ ພວມກະກຽມຄໍາຕອບສໍາລັບບັນດາຄໍາຖາມຂອງອາເມລິກາ.

ຕອບກັບ