ລັດເຊຍ ກ່າວເຕືອນຈະໂຕ້ຕອບບັນດາການກະທຳຂອງ NATO ຢ່າງເໝາະສົມ

Chia sẻ
(VOVWORLD) - ວັນທີ 19 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ມົດສະກູ ຈະໂຕ້ຕອບຢ່າງເໝາະສົມກັບບັນດາການກະທຳຂອງອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ທີ່ໄດ້ກໍ່ໄພພາບຂູ່ໂດຍກົງຕໍ່ ລັດເຊຍ.
ລັດເຊຍ ກ່າວເຕືອນຈະໂຕ້ຕອບບັນດາການກະທຳຂອງ NATO ຢ່າງເໝາະສົມ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

 ກ່າວຄຳເຫັນທີ່ກອງປະຊຸມກັບບັນດາເອກອັກຄະລັດຖະທູດ ລັດເຊຍ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ: ລັດເຊຍ ຈະຕ້ານຄືນທຸກກົນອຸບາຍເປີດກ້ວາງຂອງ NATO, ລວມມີເລື່ອງຮັບເອົາ 2 ປະເທດບ້ານໃກ້ເຮືອນຄຽງຂອງ ລັດເຊຍ ແມ່ນ  ຈໍເຈຍ ແລະ ຢູແກຼນ ເຂົ້າໃນ “ຂອບເຂດການເຄື່ອນໄຫວດ້ານການທະຫານ” ຂອງພັນທະມິດໂດຍ ອາເມລິກາ ນຳໜ້ານີ້. ການນຳ ລັດເຊຍ ກ່າວເຕືອນບັນດາຜົນຮ້າຍຊ້ອນແຝງຂອງ “ບັນດານະໂຍບາຍທີ່ບໍ່ມີຄວາມຮັບຜິດຊອບ” ເຊິ່ງ NATO ພວມດຳເນີນ. ຕາມທ່ານປະທານາທິບໍດີ Vladimir Putin ແລ້ວ, ລັດເຊຍ ແລະ NATO ຄວນມີໂຄງການດຳເນີນງານຢ່າງຕັ້ງໜ້າໃໝ່ ແນໃສ່ຊອກຫາ “ສຽງເວົ້າລວມ” ແມ່ນດີກ່ວາຢູ່ໃນທ່າສູ້ຢັນກັນ.

ຕອບກັບ